ສປປ ລາວ ກ້າວສູ່ຍຸກໃໝ່ 50 ປີມີໄຊ
ໂດຍ: ທິດກໍ່າ
ນັບແຕ່ວັນທີ 2 ທັນວາ 1975 ມາຮອດວັນທີ 2 ທັນວາ 2025 ສປປ ລາວ ຂອງພວກເຮົາກໍມີອາຍຸ 50 ປີພໍດີ ຖ້າປຽບໃສ່ອາຍຸຂອງຄົນເຮົາກໍຢູ່ໃນຊ່ວງພວມມີຖານະຄອບຄົວຢ່າງໝັ້ນຄົງ, ພວມມີຄວາມສຸກກັບຊັບສິນເງິນທອງທີ່ຫາມາໄດ້, ເປັນຊ່ວງພວມຮັ່ງພວມມີກັບເວລານາທີທອງຕໍ່ໜ້າວຽກທຸລະກິດການງານ ເຊິ່ງບໍ່ຕ່າງຫຍັງກັບ ສປປ ລາວ ຂອງພວກເຮົາ ທີ່ຢູ່ໃນໄລຍະສ້າງສາພັດທະນາໃຫ້ປະເທດຊາດມີຄວາມຈະເລີນກ້າວໜ້າໝັ້ນຄົງຍືນຍົງຕາມອຸດົມການສັງຄົມນິຍົມທີ່ພວກເຮົາມຸ່ງຫວັງ ແລະ ໃຝ່ຝັນ.
ເວົ້າໄດ້ວ່າ, ຕະຫລອດ 50 ປີຜ່ານມາ, ປະເທດຊາດຂອງພວກເຮົາໄດ້ຜ່ານພົ້ນສອງໄລຍະປະຫວັດສາດແຫ່ງການສ້າງສາພັດທະນາປະເທດຊາດເຊັ່ນ: ໄລຍະທີໜຶ່ງ ແມ່ນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍເລີ່ມແຕ່ປີ 1975-1985. ສ່ວນໄລຍະທີສອງ ແມ່ນໄລຍະປ່ຽນແປງໃໝ່ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນຈິນຕະນາການໃໝ່ນັບແຕ່ປີ 1986 ມາຮອດປັດຈຸບັນ. ໃນສອງໄລຍະນີ້ມັນກໍມີອັນແຕກຕ່າງກັນ ແລະ ເຊື່ອມໂຍງກັນແບບໂລຊິກ. ຕົວຢ່າງໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດແມ່ນເປັນໄລຍະປົດປ່ອຍໃໝ່, ເປັນໄລຍະປັບປຸງກໍ່ສ້າງອໍານາດລັດ ໄປພ້ອມໆກັບການສ້າງສາພັດທະນາປະເທດຊາດ ທັງປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ທັງຮໍາບາດແຜສົງຄາມທີ່ມີມາຢ່າງຍາວນານ. ສະນັ້ນ ໃນໄລຍະທີໜຶ່ງນີ້ມັນກໍມີຄວາມສະດວກ ແລະ ມີອັນຫຍຸ້ງຍາກຕ່າງໆນາໆ. ສ່ວນໄລຍະປ່ຽນແປງໃໝ່ແມ່ນໄລຍະເປີດກວ້າງການລົງທຶນໃນການສ້າງສາພັດທະນາ ໂດຍຫັນເອົາລະບົບເສດຖະກິດໃຫ້ມີຫລາຍພາກສ່ວນຕາມກົນໄກເສດຖະກິດຕະຫລາດສັງຄົມນິຍົມເທື່ອລະກ້າວ.
ຈາກໝາກຜົນແຫ່ງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານຈົນມາຮອດຍຸກປັດຈຸບັນ ເຫັນວ່າປະເທດຊາດໄດ້ຮັບການສ້າງສາພັດທະນາກ້າວໄປຢ່າງບໍ່ຢຸດຢັ້ງ ສິ່ງທີ່ສະແດງໃຫ້ເຫັນຊິ້ນໃຫຍ່ໆຢ່າງເປັນຮູບປະທໍານັ້ນກໍຄື ປະເທດຊາດມີຄວາມສະຫງົບໝັ້ນຄົງຍືນຍົງ ແລະ ກ້າວໄປຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ແລະ ສາມາດຮັກສາການເຕີບໃຫຍ່ສະເລ່ຍ 4% ຕໍ່ປີ, ປະເທດລາວຂອງພວກເຮົາກາຍເປັນໝໍ້ໄຟອາຊຽນ, ຈາກປະເທດທີ່ບໍ່ມີທາງອອກສູ່ທະເລໄດ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດຢ່າງເຕັມຕົວ ແລະ ໃນອະນາຄົດ ລາວຈະກາຍເປັນສູນການຂົນສົ່ງຂອງພາກພື້ນ, ປະເທດລາວຂອງພວກເຮົາໄດ້ກ້າວສູ່ເວທີສາກົນຢ່າງເຕັມຮູບແບບທີ່ບໍ່ເຄີຍມີມາໃນຫລາຍຮ້ອຍປີ. ຂົງເຂດວັດທະນະທໍາ-ສັງຄົມນັບມື້ໄດ້ຮັບການປັບປຸງສົ່ງເສີມ ແລະ ພັດທະນາ, ມໍລະດົກຂອງໂລກດ້ານວັດທະນະທໍາ ແລະ ທໍາມະຊາດໄດ້ຖືກຮັບຮອງຈາກສາກົນຫລາຍມິຕິ.
ນີ້ຄືໝາກຜົນຊິ້ນໃຫຍ່ຂອງ ສປປ ລາວ ກ້າວສູ່ຍຸກໃໝ່ໃຕ້ການນໍາພາຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ 50 ປີມີໄຊ. ໃຜວ່າລາວເສົ້າເຊົາເດີ້ຢ່າຟ້າວວ່າ ມັນຊິໂປ້ບາດຫລ້າ ໝາກແຕງຊ້າງໜ່ວຍປາຍ.
