ພາຍຸໄຊໂຄນດິດວາຖະຫລົ່ມສີລັງກາ ມີຜູ້ເສຍຊີວິດ 200 ຄົນ ວິກິດໜັກທີ່ສຸດໃນຮອບ 20 ປີ

                ພາຍຸໄຊໂຄນດິດວາພັດຖະຫລົ່ມສີລັງກາ ມີຜູ້ເສຍຊີວິດແລ້ວ 200 ຄົນ. ຂະນະທີ່ເຈົ້າໜ້າທີ່ກໍາລັງປະຕິບັດງານກູ້ໄພຕໍ່ເນື່ອງເປັນວັນທີ 4 ທ່າມກາງຄວາມພະຍາຍາມເລັ່ງອົບພະຍົບຜູ້ໄດ້ຮັບຜົນກະທົບນັບແສນ. ຖືເປັນໄພພິບັດທາງທໍາມະຊາດຮຸນແຮງທີ່ສຸດໃນຮອບ 20 ປີຂອງປະເທດ.

                ວັນທີ 30 ພະຈິກຜ່ານມາ, ສູນແກ້ໄຂໄພພິບັດສີລັງກາເປີດເຜີຍວ່າ: ປະຊາຊົນນັບລ້ານຄົນໄດ້ຮັບຜົນກະທົບຈາກພາຍຸໄຊໂຄນດິດວາ ໂດຍປັດຈຸບັນມີລາຍງານຕົວເລກຜູ້ເສຍຊີວິດ 212 ຄົນ ແລະ ຜູ້ສູນຫາຍອີກ 218 ຄົນ. ຂະນະທີ່ທາງການເລັ່ງອົບພະຍົບປະຊາຊົນ 2 ແສນຄົນ ໄປສູນອາໄສຊົ່ວຄາວ 1,275 ແຫ່ງ ທ່າມກາງວິກິດໂຄງລ່າງພື້ນຖານ ຄືລະບົບໄຟຟ້າ, ນໍ້າປະປາ ແລະ ສັນຍານອິນເຕີເນັດທີ່ຍັງນໍາໃຊ້ບໍ່ໄດ້.

                 ກ່ອນໜ້ານີ້, ພາຍຸໄຊໂຄນດິດວາພັດຂຶ້ນຝັ່ງສີລັງການັບແຕ່ວັນທີ 27-28 ພະຈິກຜ່ານມາ ເຮັດໃຫ້ເກີດຝົນຕົກເປັນປະຫວັດສາດ ແລະ ດິນເຈື່ອນໃນຫລາຍພື້ນທີ່ຂອງປະເທດ. ຂະນະທີ່ເກີດນໍ້າລົ້ນເຂື່ອນມາວິວອາຣູ (Mavil Aru) ເຮັດໃຫ້ປະຊາຊົນ 2,000 ຊີວິດ ຕ້ອງອົບພະຍົບໄປບ່ອນປອດໄພ.

                ເຫດການດັ່ງກ່າວເຮັດໃຫ້ທ່ານ ອານຸຣາ ກຸມານ ດິສນາຢາເກ (Anura Kumara Dissanayake) ປະທານາທິບໍດີສີລັງກາ ປະກາດສະຖານະການສຸກເສີນໃນວັນທີ 29 ພະຈິກຜ່ານມາ ພ້ອມຂໍການຊ່ວຍເຫລືອຈາກບັນດາປະເທດ ແລະ ເປີດຮັບບໍລິຈາກເງິນຈາກປະຊາຊົນຢູ່ຕ່າງປະເທດ.

                ປັດຈຸບັນ, ທາງການຮວບຮວມເຈົ້າໜ້າທີ່ປະມານ 2.4 ໝື່ນຄົນ ໄດ້ແກ່ ຕໍາຫລວດ, ກອງທັບບົກ ແລະ ກອງທັບອາກາດ ເຂົ້າຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ໂດຍກົມຊົນລະປະທານສີລັງກາຄາດວ່າ: ລະດັບນໍ້າຈະຫລຸດລົງໃນອີກ 3 ວັນຕໍ່ໜ້າ ແລະ ພາຍຸໄຊໂຄນຈະເຄື່ອນທີ່ໄປທາງອິນເດຍ.

ອ້າງອີງ:

  https://www.theguardian.com/world/2025/nov/30/sri-lanka-capital-colombo-hit-by-floods-as-cyclone-death-toll-rises

  https://www.aljazeera.com/news/2025/11/29/sri-lanka-seeks-foreign-help-as-cyclone-ditwah-death-toll-reaches-123

  https://www.bbc.com/news/articles/cq602686dq8o

  https://www.reuters.com/business/environment/death-toll-hits-212-sri-lanka-struggles-with-cyclone-ditwah-impact-2025-11-30/