ອິດສະລາແອນຊຸມນຸມປະທ້ວງ ຕໍ່ຕ້ານທ່ານ ເນທັນຢາຮູ ຍື່ນຂໍອະໄພຍະໂທດຄະດີສໍ້ລາດບັງຫລວງ

                  ປະຊາຊົນອິດສະລາແອນຈໍານວນໜຶ່ງ ພ້ອມ ສສ ຝ່າຍຄ້ານ ພາກັນໄປຮ່ວມຊຸມນຸມປະທ້ວງດ້ວຍຄວາມບໍ່ພໍໃຈ ຢູ່ເຮືອນພັກຂອງປະທານາທິບໍດີ ໄອແຊກ ເຮີຊອກ (Isaac Herzon) ໃນນະຄອນຫລວງເທວອາວີບ ເພື່ອປະທ້ວງຄໍາຮ້ອງຂໍອະໄພຍະໂທດຈາກນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ໃນຂໍ້ກ່າວຫາຄະດີສໍ້ລາດບັງຫລວງ.

                   ການປະທ້ວງເກີດຂຶ້ນໃນວັນທີ 30 ພະຈິກ ພຽງບໍ່ເທົ່າໃດຊົ່ວໂມງຫລັງຈາກທ່ານ ເນທັນຢາຮູ ອາຍຸ 76 ປີ ໄດ້ຍື່ນຄໍາຮ້ອງຂໍອະໄພຍະໂທຕໍ່ຄະດີສໍ້ລາດບັງຫລວງທີ່ດໍາເນີນມາຍາວນານ ໂດຍບໍ່ມີການຍອມຮັບຜິດ ຫລື ສະແດງຄວາມສໍານຶກຜິດໃດໆ.

                   ຂະນະທີ່ທໍານຽບປະທານາທິບໍດີ ອິດສະລາແອນ ອອກຖະແຫລງການ ລະບຸວ່າ: “ທໍານຽບປະທານາທິບໍດີເນັ້ນໜັກດີວ່າ ນີ້ເປັນຄໍາຮ້ອງຂໍພິເສດທີ່ມີຄວາມໝາຍສໍາຄັນ ຫລັງຈາກໄດ້ຮັບຄວາມເຫັນທີ່ກ່ຽວຂ້ອງທັງໝົດແລ້ວ, ປະທານາທິບໍດີຈະພິຈາລະນາຄໍາຮ້ອງຂໍນີ້ດ້ວຍຄວາມຮັບຜິດຊອບ ແລະ ຈິງໃຈ”.

                  ທັງນີ້, ທ່ານ ເນທັນຢາຮູ ເຊິ່ງເປັນນາຍົກລັດຖະມົນຕີອິດສະລາແອນທີ່ດໍາລົງຕໍາແໜ່ງຍາວນານທີ່ສຸດ ຜະເຊີນຄະດີສໍ້ລາດບັງຫລວງ 3 ຄະດີທີ່ຖືກຟ້ອງຮ້ອງໃນປີ 2019 ເຊິ່ງລວມທັງຂໍ້ກ່າວຫາເລື່ອງການຕິດສິນບົນ, ການສໍ້ໂກງ ແລະ ການລະເມີດຄວາມໄວ້ວາງໃຈ ໂດຍທ່ານປະຕິເສດຂໍ້ກ່າວຫາທັງໝົດ.

                 ໃນຄະດີໜຶ່ງ, ທ່ານ ເນທັນຢາຮູ ແລະ ນາງ ຊາຣາ ພັນລະຍາຂອງທ່ານ ຖືກກ່າວຫາວ່າຮັບສິ່ງຂອງຟຸມເຟືອຍມູນຄ່າ 260,000 ກວ່າໂດລາສະຫະລັດ ເຊັ່ນ: ຊິກາ, ເຄື່ອງປະດັບ ແລະ ແຊມແປນ ຈາກບັນດາມະຫາເສດຖີ ເພື່ອແລກກັບຜົນປະໂຫຍດທາງການເມືອງ.

                 ນອກຈາກນີ້, ໃນອີກ 2 ຄະດີ ທ່ານຍັງຖືກກ່າວຫາວ່າພະຍາຍາມເຈລະຈາຕໍ່ລອງເພື່ອໃຫ້ສື່ມວນຊົນອິດສະລາແອນ 2 ສໍານັກ ນໍາສະເໜີຂ່າວທີ່ເປັນປະໂຫຍດຕໍ່ທ່ານ.

                 ຂະນະທີ່ທ່ານ ເນທັນຢາຮູ ກ່າວວ່າ: ທ່ານຕ້ອງການດໍາເນີນຂະບວນການນີ້ໃຫ້ສໍາເລັດຈົນກວ່າຈະພົ້ນຜິດ “ແຕ່ຄວາມໝັ້ນຄົງ ແລະ ຄວາມເປັນຈິງທາງການເມືອງ ແລະ ຜົນປະໂຫຍດຂອງປະເທດ ພັດກໍານົດເປັນແນວອື່ນ ແລະ ອ້າງວ່າ “ອິດສະລາແອນກໍາລັງຜະເຊີນຄວາມທ້າທາຍຢ່າງໃຫຍ່ຫລວງ”.

ອ້າງອີງ: