ຈໍານວນຜູ້ເສຍຊີວິດຈາກນໍ້າຖ້ວມຢູ່ອາຊີເກືອບ 700 ຄົນ ອິນໂດເນເຊຍຫລາຍສຸດ 300 ຄົນ

                ສະຖານະການນໍ້າຖ້ວມຢູ່ພາກພື້ນອາຊີຄັ້ງຮຸນແຮງທີ່ສຸດໃນຮອບຫລາຍປີ ເນື່ອງຈາກພາຍຸຝົນທີ່ທະວີຄວາມຮຸນແຮງຈາກອິດທິພົນຂອງພາຍຸເຂດຮ້ອນຫລາຍຫົວ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດເພີ່ມສູງຂຶ້ນຮອດປັດຈຸບັນລວມແລ້ວເກືອບ 700 ຄົນ.

                ໂດຍອິນໂດເນເຊຍທີ່ຜະເຊີນອິດທິພົນພາຍຸເຂດຮ້ອນເຊນຢາ (Senyar) ເຊິ່ງເຮັດໃຫ້ເກີດນໍ້າຖ້ວມ ແລະ ດິນເຈື່ອນຫລາຍຈຸດໃນເກາະສຸມາດຕາ ແລະ ເຮັດໃຫ້ອາຄານບ້ານເຮືອນນັບພັນຫລັງຈົມຢູ່ໃຕ້ນໍ້າ, ຫລ້າສຸດພົບວ່າຈໍານວນຜູ້ເສຍຊີວິດທີ່ມີການຢືນຢັນຈົນຮອດວັນທີ 29 ພະຈິກ ເພີ່ມຂຶ້ນ 300 ກວ່າຄົນແລ້ວ ໂດຍສໍານັກງານໄພພິບັດຂອງອິນໂດເນເຊຍລາຍງານວ່າ: ຍັງມີຜູ້ສູນຫາຍຈາກນໍ້າຖ້ວມອີກເກືອບ 300 ຄົນ.

                ສ່ວນໄທ, ວັນທີ 29 ພະຈິກ ສູນປະຕິບັດງານແກ້ໄຂສະຖານະການສຸກເສີນອຸທົກກະໄພ ລາຍງານຕົວເລກຜູ້ເສຍຊີວິດຈາກນໍ້າຖ້ວມຢູ່ຫລາຍແຂວງພາກໃຕ້ຫລ້າສຸດມີ 162 ຄົນ.

               ນອກຈາກນີ້ຢູ່ມາເລເຊຍ ເຫດນໍ້າຖ້ວມໃນຫລາຍລັດທາງພາກເໜືອຍັງລາຍງານຕົວເລກຜູ້ເສຍຊີວິດ 2 ຄົນ, ສ່ວນຢູ່ຫວຽດນາມ ເຊິ່ງກ່ອນໜ້ານີ້ຜະເຊີນນໍ້າຖ້ວມ ແລະ ດິນເຈື່ອນຮຸນແຮງໃນຫລາຍພື້ນທີ່ຂອງປະເທດ, ມີລາຍງານຜູ້ເສຍຊີວິດ 98 ຄົນ ແລະ ຫລ້າສຸດມີລາຍງານຈາກສໍານັກຂ່າວທ້ອງຖິ່ນວ່າ: ອິດທິພົນພາຍຸໄຕ້ຝຸ່ນໂຄໂຕະ ເຄື່ອນທີ່ຢູ່ທະເລຕາເວັນອອກເຖິງວ່າຈະອ່ອນກໍາລັງລົງ, ແຕ່ສົ່ງຜົນເຮັດໃຫ້ເກີດຝົນຕົກໜັກ ແລະ ຄື້ນລົມແຮງ ແລະ ເຮັດໃຫ້ມີຜູ້ເສຍຊີວິດອີກຢ່າງໜ້ອຍ 1 ຄົນ ແລະ ສູນຫາຍ 3 ຄົນ ຈາກເຮືອຂວໍ້າ.

                  ສ່ວນຢູ່ພາກພື້ນອາຊີໃຕ້, ປະເທດສີລັງກາຜະເຊີນພາຍຸໄຊໂຄນດິດວາ (Ditwah) ພັດຖະຫລົ່ມແຄມຝັ່ງທາງພາກກາງ ແລະ ຕາເວັນອອກ ມີລາຍງານຈາກທາງການວັນທີ 29 ພະຈິກວ່າ: ຈໍານວນຜູ້ເສຍຊີວິດເພີ່ມເປັນ 130 ກວ່າຄົນ ແລະ ສູນຫາຍອີກປະມານ 170 ຄົນ ໂດຍເຫດການນີ້ຖືເປັນໜຶ່ງໃນເຫດການໄພທໍາມະຊາດຄັ້ງຮ້າຍແຮງທີ່ສຸດຂອງສີລັງກາໃນຮອບຫລາຍປີ ເຊິ່ງທາງການໄດ້ປະກາດສະຖານະການສຸກເສີນເພື່ອຮັບມືສະຖານະການແລ້ວ.

                 ນອກຈາກນີ້, ພົບວ່າເຮືອນ 15,000 ກວ່າຫລັງໄດ້ຮັບຄວາມເສຍຫາຍຢ່າງໜັກ ແລະ ປະຊາຊົນ 78,000 ກວ່າຄົນຕ້ອງອົບພະຍົບ. ຂະນະທີ່ປະມານ 1 ໃນ 3 ຂອງປະເທດຜະເຊີນບັນຫາໄຟໄໝ້ປ່າ ແລະ ນໍ້າປະປານໍາໃຊ້ບໍ່ໄດ້.

ອ້າງອີງ: