ປກສ ແຂວງຜົ້ງສາລີ ປ່ອຍຕົວນັກໂທດກ່ອນກໍານົດໂດຍມີເງື່ອນໄຂຕາມກົດໝາຍ 36 ຄົນ
ປກສ ແຂວງຜົ້ງສາລີ ລາຍງານວ່າ: ວັນທີ 28 ພະຈິກ 2025 ຄ້າຍຄຸມຂັງພາກ ບຸນເໜືອ ແຂວງຜົ້ງສາລີ ໄດ້ຈັດພິທີປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂຕາມກົດໝາຍ ໃຫ້ແກ່ນັກໂທດ. ໂດຍມີຄະນະສານອາຍາ ຂອງສານປະຊາຊົນແຂວງຜົ້ງສາລີ ໂດຍແມ່ນ ທ່ານ ພູເງິນ ສີຫາບຸດ ເປັນປະທານ, ມີ ທ່ານ ບຸນປັນ ເພັດສະໝອນ ພ້ອມດ້ວຍ ທ່ານ ສົມເພັດ ລາວເບີ ຈ່າສານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ສຸລີນພອນ ໄຊຍະທອງ ຕາງໜ້າຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ຂຶ້ນຜ່ານ ຄໍາຖະແຫລງ ຂອງຫົວໜ້າອົງການໄອຍະການປະຊາຊົນແຂວງຜົ້ງສາລີ ວ່າດ້ວຍການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ ສະບັບເລກທີ 34/ອຍກ.ຜລ, ລົງວັນທີ 17 ພະຈິກ 2025. ຈາກນັ້ນ, ໄດ້ຜ່ານ ຄໍາຕັດສິນ ຄະນະສານອາຍາ ຂອງສານປະຊາຊົນແຂວງ ຜົ້ງສາລີ ສະບັບເລກທີ 31/ຂຕ.ອ, ລົງວັນທີ 28 ພະຈິກ 2025 ແລະ ຜ່ານ ໃບປ່ອຍຕົວ (ກ່ອນກໍານົດໂດຍມີເງື່ອນໄຂຕາມກົດໝາຍ ) ສະບັບເລກທີ 930/ກຄສ, ລົງວັນທີ 28 ພະຈິກ 2025 ໃຫ້ແກ່ນັກໂທດ ຈໍານວນ 36 ຄົນ, ຍິງ 2 ຄົນ.

ທັງນີ້, ກໍ່ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນັກໂທດ ຜູ້ທີ່ຜົນງານ ແລະ ປະຕິບັດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ໄດ້ດີ ແລະ ໃນໄລຍະປະຕິບັດໂທດຜ່ານມານັກໂທດຈໍານວນດັ່ງກ່າວ ມີຄວາມຫ້າວຫັນໃນ ການອອກແຮງງານ, ມີຄວາມກ້າວໜ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ, ມີການປ່ຽນແປງທາງດ້ານທັດສະນະແນວຄິດ ແລະ ຮູ້ສຶກກິນແໜງແຄງໃຈ ຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນເອງໃນໄລຍະຜ່ານມາ, ຍອມຮັບເອົາການປະຕິບັດຄໍາ ຕັດສິນຂອງສານທຸກຢ່າງ ແລະ ມີຄວາມສາມັກຄີເປັນແບບຢ່າງທີ່ດີໃຫ້ແກ່ນັກໂທດດ້ວຍກັນ ນອກຈາກນັ້ນ ຍັງເອົາໃຈໃສ່ຕັ້ງໜ້າປະຕິບັດຂໍ້ກຳນົດກົດລະບຽບຕ່າງໆ ຂອງຄ້າຍຄຸມຂັງ ຢ່າງເຂັ້ມງວດ ຈົນໄດ້ຮັບການປ່ອຍຕົວໃນຄັ້ງນີ້.
