ລັດຖະມົນຕີ ກະຊວງ ຍທຂ ເຄື່ອນໄຫວຊຸກຍູ້ວຽກງານພະແນກ ຍທຂ ນວ
ວັນທີ 28 ພະຈິກ 2025 ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ (ຍທຂ ນວ) ແລະ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ມີບັນດາຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ບຸນຍະຫັວດ ນີຣະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ລາຍງານສະພາບລວມໂດຍຫຍໍ້ໃນ ການຈັດຕັ້ງປະຕິບັດບັນດາໜ້າວຽກງານຕາງໆຕາມຄວາມຮັບຜິດຊອບ ແລະ ແຜນພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນວ່າ: ການຈັດຕັ້ງວຽກງານທາງດ້ານວິຊາສະເພາະ ປີ 2025 ສາມາດຈັດຕັ້ງປະຕິບັດໄດ້ ໂຄງການຮ່ວມມືກັບສາກົນ ມີ 4 ໂຄງການ ຄື:
- ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ໄລຍະ II;
- ໂຄງການກໍ່ສ້າງລະບົບບຳບັດນໍ້າເປື້ອນ;
- ໂຄງການ ຂົນສົ່ງແບບຍືນຍົງໃນຕົວເມືອງ ນວ (BRT);
- ໂຄງການກໍ່ສ້າງຂະຫຍາຍໂຮງງານຜະລິດນໍ້າປະປາ ຈີ່ນາຍໂມ້ ແລະ ລະບົບສາຍທໍ່ ຂອງ ນວ;
ວຽກງານຂົວທາງ ການຄຸ້ມຄອງການຈັດຕັ້ງປະຕິບັດວຽກງານຂົວທາງ ໃນຂອງນະຄອນຫລວງວຽງຈັນ ມີຕາໜ່າງ ເສັ້ນທາງ ຕາມສະຖິຕິປີ 2024 ມີຄວາມຍາວທັງໝົດ 2,747.74 ກິໂລແມັດ. ໃນນີ້ແບ່ງຕາມປະເພດທາງມີຄື: ທາງຫຼວງແຫ່ງຊາດ ລວງຍາວ 243,05 ກິໂລແມັດ, ທາງຫຼວງແຂວງ ລວງຍາວ 288,75 ກິໂລແມັດ, ທາງຫຼວງເມືອງ ລວງຍາວ 479,51 ກິໂລແມັດ, ທາງເທດສະບານ ລວງຍາວ 917,04 ກິໂລແມັດ, ທາງຊົນນະບົດ ມີລວງຍາວ 705,51 ກິໂລແມັດ ແລະ ທາງພິເສດ ມີລວງຍາວ 113,88 ກິໂລແມັດ.
ສໍາເລັດວຽກປັບປຸງສະໜາມຫລວງ ເພື່ອກະກຽມໃຫ້ແກ່ການສະເຫລີມສະຫລອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ; ປັບປຸງຖະໜົນສີທອງ ຊ່ວງແຕ່ ທາງເລກທີ 13 ເໜືອ ຫາ ບ້ານດົງນາທອງ ລວງຍາວ 1.7 ກິໂລແມັດ; ປັບປຸງທາງເບຕົງ ບ້ວງເປົ້າໝາຍສະເພາະ ຈຳນວນ 4 ໂຄງການ ລວງຍາວ 9.3 ກິໂລແມັດ ແລະ ຄາດໝາຍຈະໃຫ້ສຳເລັດຕື່ມ ໃນທ້າຍເດືອນ ທັນວາ;
ວຽກງານເຄຫາ-ຜັງເມືອງ, ນໍ້າປະປາ ແລະ ສຸຂະພິບານໄດ້ປັບປຸງຜັງລວມຕົວເມືອງ ນະຄອນຫລວງວຽງຈັນ ສະບັບ 3 ບາງຈຸດ ຄື: ເຂດສູນການຄ້າ ແລະ ການປົກຄອງ (UAa), ເຂດອ້ອມໃຈກາງເມືອງ (UBb) ແລະ ເຂດ ຕົວເມືອງເກົ່າ (ZPP-Ua) ເພື່ອປັບປຸງເປັນເຂດສົ່ງເສີ່ມການພັດທະນາ (UEb) ເປັນເຂດປູກຕຶກສູງໄດ້, ປັດຈຸບັນແມ່ນໄດ້ປະຕິບັດຕາມ ແຈ້ງການຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
ວຽກງານຂົນສົ່ງ ໄດ້ຈັດຕັ້ງປະຕິບັດຄຸ້ມຄອງ ບັນດາຫົວໜ່ວຍທຸລະກິດຂົນສົ່ງສິນຄ້າ, ຂົນສົ່ງໂດຍສານ ແລະ ລົດທີ່ໃຫ້ການບໍລິການນໍາໃຊ້ ເອັບພິເຄເຊິນຕ່າງໆ, ຕິດຕາມ ແລະ ຈັດສັນພາຫະນະຂົນສົ່ງ ສິນຄ້າ ໃນການບໍລິການຂົນສົ່ງສິນຄ້າ ເຂົ້າ-ອອກ ຜ່ານດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ;
ວຽກງານທາງນໍ້າ ໄດ້ຈັດຕັ້ງປະຕິບັດບັນດາໂຄງການ ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ລຽບຕາມແຄມແມ່ນໍ້າຂອງໃນ ຂອບເຂດຊາຍແດນ ນະຄອນຫລວງວຽງຈັນ 182 ກິໂລແມັດ, ສໍາເລັດການປ້ອງກັນ ຕາຝັ່ງເຈື່ອນ ໄດ້ 48 ກິໂລແມັດ, ປັດຈຸບັນແມ່ນສຸມໃສ່ຈັດຕັ້ງປະຕິບັດໂຄງການສືບຕໍ່ ແລະ ໂຄງການທີ່ໄດ້ຮັບອານຸມັດໃນປີ 2025 ຈໍານວນ 14 ໂຄງການ ລວມຄວາມຍາວ 19,8 ກິໂລແມັດ; ໄດ້ລົງສໍາຫຼວດພື້ນທີ່ບ່ອນຈອດລົດຕາມແລວທາງ BRT ຖະໜົນໄກສອນພົມວິຫານ ຫາ ດົງໂດກ ໃນການບໍລິຫານ ແລະ ພັດທະນາໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ.
ທ່ານ ເຫລັກໄຫລ ສີວິໄລ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານຂອງພະແນກ ຍທຂ ນວ ທີ່ຍາດມາໄດ້ ໃນໄລຍະຜ່ານມາ ເພື່ອເຮັດໃຫ້ວຽກງານຂະ ແໜງໂຍທາທິການ ແລະ ຂົນສົ່ງ ນວ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ທ່ານໄດ້ເນັ້ນບາງບັນຫາຕື່ມ:
- ສືບຕໍ່ເອົາໃຈໃສ່ຊຸກຍູ້ໂຄງການທີ່ໄດ້ລົງນາມສັນຍາກໍ່ສ້າງແຕ່ຍັງບໍ່ທັນສໍາເລັດໃຫ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດ,
- ສືບຕໍ່ຂຶ້ນແຜນຄົ້ນຄວ້າປັບປຸງສ້າງເສັ້ນທາງທີເປເພໃຫ້ສາມາດຈະລະຈອນໄດ້ສະດວກ, ຄົ້ນຄວ້າແກ້ໄຂບັນຫາການຈະລາຈອນແອອັດຊອກໃຫ້ເຫັນສາຍເຫດທີ່ເຮັດການສັນຈອນມີຄວາມແອອັດ, ການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ແລະ ການບໍລິຫານຕົວເມືອງວຽງຈັນ ແລະ ບັນຫາອື່ນໆ.
ທີ່ມາ: ໜັງສືພິມ ປະຊາຊົນ
