ຫວຽດນາມ ເຕືອນພາຍຸ Koto ທ່າອ່ຽງຈະພັດເຂົ້າແຂວງຢາລາຍ (Gia Lai)

ວັນທີ 28 ພະຈິກ 2025: ອີງຕາມ​ຂ່າວຈາກສື່ຂອງຫວຽດນາມ ​VN Express: ພາຍຸໄຕ້ຝຸ່ນ​ Koto ທີ່ກໍ່ຕົວຢູ່ຟີລິບປິນ ໄດ້ອ່ອນກຳລັງລົງ ແລະ ເຄື່ອນຕົວຊ້າລົງ, ພ້ອມທັງໄດ້ເຄື່ອນຕົວໄປທາງໃຕ້ຂອງຫວຽດນາມເລັກນ້ອຍ, ແຕ່ຄາດວ່າຈະປ່ຽນທິດເຄື່ອນຕົວຂຶ້ນເໜືອຂອງຫວຽດນາມອີກຄັ້ງ ແລະ ໂດຍມີທ່າອ່ຽງຈະພັດເຂົ້າແຂວງຢາລາຍ (Gia Lai) ຂອງຫວຽດນາມ​ ພາຍໃນວັນທີ 1–2 ທັນວານີ້.

ເຈົ້າໜ້າທີ່ໄດ້ອອກຄຳເຕືອນໃຫ້ເຮືອທີ່ແລ່ນຢູ່ໃນບໍລິເວນດັ່ງກ່າວລະມັດລະວັງອັນຕະລາຍຈາກສະພາບອາກາດທີ່ຮຸນແຮງ.

ພາກພື້ນດັ່ງກ່າວນີ້​ ກຳລັງຟື້ນຕົວຈາກເຫດການນໍ້າຖ້ວມທີ່ກິນເວລາດົນເຖິງໜຶ່ງອາທິດ ເຊິ່ງໄດ້ເລີ່ມຕົ້ນໃນກາງເດືອນພະຈິກ ແລະ ເຮັດໃຫ້ມີຜູ້ເສຍຊີວິດສູງເຖິງ 98 ຄົນ.

ພາຍຸ​ koto ໄດ້ກໍ່ຕົວຂຶ້ນຈາກພາຍຸດີເປຼຊັນເຂດຮ້ອນ​ ຢູ່ພາກກາງຂອງປະເທດຟີລິບປິນ ກ່ອນທີ່ຈະເພີ່ມທະວີກຳລັງແຮງຂຶ້ນເປັນພະຍຸໄຕ້ຝຸ່ນ ແລະ ເຄື່ອນຕົວເຂົ້າສູ່ທະເລ​ຈີນ​ໃຕ້​ ໃນວັນທີ 25 ພະຈິກນີ້.

ຖືວ່າເປັນພາຍຸຫົວທີ 15 ຂອງພາກພື້ນ ໃນປີ 2025, ພາຍຸ​ ແລະ​ ນໍ້າຖ້ວມໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ 409 ຄົນ, ບາດເຈັບ 727 ຄົນ ແລະ ມີຄວາມເສຍຫາຍທາງດ້ານເສດຖະກິດຫຼາຍກວ່າ 85 ລ້ານລ້ານດົ່ງ ຫຼື​ປະມານ​ (3.2 ຕື້ໂດລາສະຫະລັດ).

ສຳລັບ​ປະເທດລາວ:​ ຍັງບໍ່ມີແຈ້ງການຈາກໜ່ວຍງານທີ່ກ່ຽວຂ້ອງເທື່ອ ແຕ່ກໍ່ຕ້ອງຕິດຕາມຢ່າງໃກ້ຊິດ.