ປີ 2025 ນະຄອນຫລວງວຽງຈັນ ສາມາດຈັດຕັ້ງປະຕິບັດໂຄງການຮ່ວມມືກັບສາກົນໄດ້ 4 ໂຄງການ

ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ  ລາຍງານ ໃນການຈັດຕັ້ງວຽກງານທາງດ້ານວິຊາສະເພາະ ປີ 2025 ເນື່ອງໃນໂອກາດ ເຄື່ອນໄຫວພົບປະ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຂອງ ທ່ານ ຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ຢູ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ວັນທີ 28 ພະຈິກ 2025 ນີ້ວ່າ:

ປີ 2025 ສາມາດຈັດຕັ້ງປະຕິບັດໄດ້ ໂຄງການຮ່ວມມືກັບສາກົນ ມີ 4 ໂຄງການ ຄື:

  1. ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ໄລຍະ II;
  2. ໂຄງການກໍ່ສ້າງລະບົບບຳບັດນໍ້າເປື້ອນ; ໂຄງການ ຂົນສົ່ງແບບຍືນຍົງໃນຕົວເມືອງ ນວ (BRT);
  3. ໂຄງການກໍ່ສ້າງຂະຫຍາຍໂຮງງານຜະລິດນໍ້າປະປາ ຈີ່ນາຍໂມ້ ແລະ ລະບົບສາຍທໍ່ ຂອງ ນວ;
  4. ວຽກງານຂົວທາງ ການຄຸ້ມຄອງການຈັດຕັ້ງປະຕິບັດວຽກງານຂົວທາງ ໃນຂອງນະຄອນຫຼວງວຽງຈັນ ມີຕາໜ່າງ ເສັ້ນທາງ ຕາມສະຖິຕິປີ 2024 ມີຄວາມຍາວທັງໝົດ 2,747.74 ກິໂລແມັດ.

ໃນນີ້ແບ່ງຕາມປະເພດທາງມີຄື: ທາງຫຼວງແຫ່ງຊາດ ລວງຍາວ 243,05 ກິໂລແມັດ, ທາງຫຼວງແຂວງ ລວງຍາວ 288,75 ກິໂລແມັດ, ທາງຫຼວງເມືອງ ລວງຍາວ 479,51 ກິໂລແມັດ, ທາງເທດສະບານ ລວງຍາວ 917,04 ກິໂລແມັດ, ທາງຊົນນະບົດ ມີລວງຍາວ 705,51 ກິໂລແມັດ ແລະ ທາງພິເສດ ມີລວງຍາວ 113,88 ກິໂລແມັດ.

ສໍາເລັດວຽກປັບປຸງສະໜາມຫຼວງ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ;ປັບປຸງຖະໜົນສີທອງ ຊ່ວງແຕ່ ທາງເລກທີ 13 ເໜືອ ຫາ ບ້ານດົງນາທອງ ລວງຍາວ 1.7 ກິໂລແມັດ; ປັບປຸງທາງເບຕົງ ບ້ວງເປົ້າໝາຍສະເພາະ ຈຳນວນ 4 ໂຄງການ ລວງຍາວ 9.3 ກິໂລແມັດ ແລະ ຄາດໝາຍຈະໃຫ້ສຳເລັດຕື່ມ ໃນທ້າຍເດືອນ ທັນວາ; ວຽກງານເຄຫາ-ຜັງເມືອງ, ນໍ້າປະປາ ແລະ ສຸຂະພິບານໄດ້ປັບປຸງຜັງລວມຕົວເມືອງ ນະຄອນຫຼວງວຽງຈັນ ສະບັບ 3 ບາງຈຸດ ຄື: ເຂດສູນການຄ້າ ແລະ ການປົກຄອງ (UAa), ເຂດອ້ອມໃຈກາງເມືອງ (UBb) ແລະ ເຂດ ຕົວເມືອງເກົ່າ (ZPP-Ua), ເພື່ອປັບປຸງເປັນເຂດສົ່ງເສີ່ມການພັດທະນາ (UEb) ເປັນເຂດປູກຕຶກສູງໄດ້, ປັດຈຸບັນແມ່ນໄດ້ປະຕິບັດຕາມ ແຈ້ງການຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ວຽກງານຂົນສົ່ງ ໄດ້ຈັດຕັ້ງປະຕິບັດຄຸ້ມຄອງ ບັນດາຫົວໜ່ວຍທຸລະກິດຂົນສົ່ງສິນຄ້າ, ຂົນສົ່ງໂດຍສານ ແລະ ລົດທີ່ໃຫ້ການບໍລິການນໍາໃຊ້ ເອັບພິເຄເຊິນຕ່າງໆ, ຕິດຕາມ ແລະ ຈັດສັນພາຫະນະຂົນສົ່ງ ສິນຄ້າ ໃນການບໍລິການຂົນສົ່ງສິນຄ້າ ເຂົ້າ-ອອກ ຜ່ານດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ; ວຽກງານທາງນ້ໍາ ໄດ້ຈັດຕັ້ງປະຕິບັດບັນດາໂຄງການ ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ລຽບຕາມແຄມແມ່ນໍ້າຂອງໃນ ຂອບເຂດຊາຍແດນ ນະຄອນຫຼວງວຽງຈັນ 182 ກິໂລແມັດ, ສໍາເລັດການປ້ອງກັນ ຕາຝັ່ງເຈື່ອນ ໄດ້ 48 ກິໂລແມັດ, ປັດຈຸບັນແມ່ນສຸມໃສ່ຈັດຕັ້ງປະຕິບັດໂຄງການສືບຕໍ່ ແລະ ໂຄງການທີ່ໄດ້ຮັບອະນຸມັດໃນປີ 2025 ຈໍານວນ 14 ໂຄງການ ລວມຄວາມຍາວ 19,8 ກິໂລແມັດ; ໄດ້ລົງສໍາຫຼວດພື້ນທີ່ບ່ອນຈອດລົດຕາມແລວທາງ BRT ຖະໜົນໄກສອນພົມວິຫານ ຫາ ດົງໂດກ ໃນການບໍລິຫານ ແລະ ພັດທະນາໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ.