ເຈົ້າແຂວງຕິດຕາມໂຄງການປັບປຸງ, ກໍ່ສ້າງເສັ້ນທາງ ແລະ ກັນເຈື່ອນ ພາຍໃນເມືອງທ່າແຂກ

ວັນທີ 28 ພະຈິກ 2025 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນພ້ອມດ້ວຍຕາງໜ້າພະແນກການທີ່ກ່ຽວຂ້ອງ, ຕາງໜ້າການນໍາຂອງເມືອງ ໄດ້ລົງເຄື່ອນໄຫວຕິດຕາມບັນດາໂຄງການກໍ່ສ້າງ ແລະ ປັບປຸງ ເສັ້ນທາງພາຍໃນເມືອງ ທ່າແຂກ, ໂດຍໄດ້ ຕິດຕາມຄວາມຄືບໜ້າໂຄງການຂະຫຍາຍເສັ້ນທາງເບຕົງ ແຕ່ວົງວຽນຫຼັກ 2 ຫາ ສາງນໍ້າມັນຫຼັກ 4, ມີຄວາມຍາວ 1.3 ກິໂລແມັດ, ຄວາມກວ້າງຂະຫຍາຍເບື້ອງລະ 5 ແມັດ, ເລີ່ມຈັດຕັ້ງປະຕິບັດແຕ່ຕົ້ນ ເດືອນກັນຍາ 2025, ຮັບເໝົາໂດຍບໍລິສັດລັດວິສາຫະກິດກໍ່ສ້າງທາງເລກ 8, ມູນຄ່າ 19 ຕື້ກວ່າກີບ ( ງົບປະມານຂອງແຂວງ ), ປະຈຸບັນມີຄວາມຄືບໜ້າປະມານ 49.6%, ຄາດຈະໃຫ້ສໍາເລັດການເທເບຕົງຂະຫຍາຍທາງ ໃນທ້າຍປີ 2025 ນີ້.

ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າຂອງ ໂຊນ B ແຕ່ເຂດທ່າດ່ານຮອດອ່າງນໍ້າປະປາບ້ານຈອມແກ້ວຄວາມຍາວ 1,000 ແມັດ, ມູນຄ່າ 1.8 ລ້ານກວ່າໂດລາສະຫະລັດ, ເລີ່ມກໍ່ສ້າງແຕ່ເດືອນກໍລະກົດ 2025 ຮັບເໝົາໂດຍບໍລິສັດ ແສງມີໄຊຄົບວົງຈອນ ຈໍາກັດຜູ້ດຽວ, ປະຈຸບັນມີຄວາມຄືບໜ້າ 18%, ຄາດສໍາເລັດ ຕົ້ນປີ 2027; ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນໂຊນ A ເຂດທ່າດ່ານ ຫາ ຫ້ວຍສະຄາມ, ໄລຍະ 645.99 ແມັດ, ຮັບເໝົາໂດຍ ບໍລິສັດ ເອວເອສເອັມ ກໍ່ສ້າງຈໍາກັດຜູ້ດຽວ ມູນຄ່າ 4.6 ລ້ານກວ່າໂດລາສະຫະລັດ, ເລີ່ມຈັດຕັ້ງປະຕິບັດແຕ່ເດືອນພຶດສະພາ 2025 ປັດຈຸບັນມີຄວາມຄືບໜ້າ 20% ຄາດສໍາເລັດໃນເດືອນພຶດສະພາ 2027 ແລະ ໂຄງການຟື້ນຟູບູລະນະໃຈກາງເມືອງ ແລະ ອະນຸລັກມໍລະດົກ ເຊິ່ງທັງ 3 ໂຄງການດັ່ງກ່າວ ແມ່ນນອນໃນ 5 ກິດຈະກໍາຂອງໂຄງການພັດທະນາຕົວເມືອງຕາມແລວທາງ ອານຸພາກພື້ນແມ່ນໍ້າຂອງ 4 ຫຼື GMS 4 . ພ້ອມນັ້ນ, ກໍ່ໄດ້ຕິດຕາມເບິ່ງການຟື້ນຟູກໍ່ສ້າງທາງປູຢາງ ແຕ່ສີ່ແຍກບ້ານເຫຼົ່າໂພໄຊ ຫາ ພຣະທາດສີໂຄດຕະບອງ ໄລຍະ 1,250 ແມັດ, ໜ້າທາງກວ້າງ 12 ແມັດ, ຮັບເໝົາໂດຍ ບໍລິສັດຈະເລີນສຸກກໍ່ສ້າງຂົວທາງ ແລະ ຊົນລະປະທານຈໍາກັດ, ໄລຍະກໍ່ສ້າງ 12 ເດືອນ ຮອດປະຈຸບັນມີຄວາມຄືບໜ້າ 23% ແລະ ຕິດຕາມເບິ່ງໂຄງການກໍ່ສ້າງຕະຝັ່ງເຈື່ອນ ແຄມແມ່ນໍ້າຂອງເຂດພຣະທາດສີໂຄດຕະບອງທີ່ສໍາເລັດການກໍ່ສ້າງໄລຍະໜຶ່ງຕາມສັນຍາ ຂອງບໍລິສັດ ດີເອັມ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ.

ເຈົ້າແຂວງ ສະເໜີພາກສ່ວນກ່ຽວຂ້ອງ ຈົ່ງສືບຕໍ່ໃນການຊຸກຍູ້ສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ເພື່ອອໍານວຍຄວາມສະດວກໃຫ້ແກ່ໂຄງການກໍ່ສ້າງ ແລະ ພາກສ່ວນບໍລິສັດ ຜູ້ຮັບເໝົາ ຈົ່ງໄດ້ຂຸ້ນຂ້ຽວເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດທັນຕາມກໍານົດເວລາ ທັງຖືກຕ້ອງຕາມຫຼັກວິຊາການ, ມາດຕະຖານການກໍ່ສ້າງທີ່ມີຄຸນນະພາບ. ສໍາລັບການປັບປຸງກໍ່ສ້າງເສັ້ນທາງແມ່ນໃຫ້ສໍາເລັດກ່ອນສັນຍາ, ກ່ອນການຈັດງານບຸນພຣະທາດສີໂຄດຕະບອງປະຈໍາປີ 2026 ທີ່ຈະມາເຖິງນີ້ ໂດຍສະເພາະວຽກໜ້າທາງ ເພື່ອໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ແຄມທາງ, ຜູ້ທໍາມາຄ້າຂາຍ ມີຄວາມສະດວກໃນການຄ້າຂາຍຕະຫຼອດຜູ້ທີ່ສັນຈອນໄປ-ມາ ຜ່ານເສັ້ນທາງ ເພາະເສຍເວລາໃນຊ່ວງດຳເນີນການກໍ່ສ້າງ.