ກະຊວງ ປກສ ປະກາດເລື່ອນຊັ້ນ ພັນໂທ ເປັນພັນເອກ 52 ສະຫາຍ ແລະ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ
ວັນທີ 28 ພະຈິກ 2025, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດເລື່ອນຊັ້ນ ແລະ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ( 2 ທັນວາ 1975 – 2 ທັນວາ 2025 ), ໃຫ້ກຽດເປັນປະທານໂດຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ມີຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ, ກອງບັນຊາການ, ປກສ ນະຄອນຫຼວງ, ປກສ ແຂວງ, ກົມກອງອ້ອມຂ້າງ ພ້ອມດ້ວຍນາຍຕຳຫຼວດຂັ້ນນຳພາ-ບັນຊາ ເຂົ້າຮ່ວມ.
ໃນພິທີ, ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ. ໃນນີ້, ໄດ້ຕົກລົງເລື່ອນຊັ້ນ ພັນໂທ ຂຶ້ນເປັນຊັ້ນ ພັນເອກ ຈຳນວນ 52 ສະຫາຍ ຍິງ 4 ສະຫາຍ. ຈາກນັ້ນ, ພົຈວ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີກະຊວງ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານແຈ້ງການຂອງສູນກາງພັກວ່າດ້ວຍການປະດັບຫຼຽນກາລະນຶກ 50 ປິ. ໃນນີ້, ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ຄະນະປະຈຳພັກກະຊວງ 8 ສະຫາຍ ຄື: ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ, ພົຕ ສຸລິນະ ແກ້ວປະເສີດ, ພົຈວ ນາງ ລີວົງ ລາວລີ, ພົຈວ ຄອນສະຫວັນ ສົມພາໄຊ, ພົຈວ ແອນ ອຸ່ນອານົງນຸດ.
ຮອງລັດຖະມົນຕີ ກະຊວງ ປກສ, ພົຈວ ໝູຈອນ ກ້ອນທອງດໍາ ຫົວໜ້າກົມໃຫຍ່ພະລາທິການ, ພົຈວ ກອງສະຫວັດ ບຸນລ້ຽງ ຫົວໜ້າກົມໃຫຍ່ຕຳຫຼວດ, ພົຈວ ປອ ສີສົມໄຊ ແກ້ວບຸນພັນ ຫົວໜ້າກົມ 504, ໃຫ້ກຽດປະດັບຫຼຽນກາລະນຶກ 50 ປີ ໂດຍ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ. ພ້ອມກັນນີ້, ກໍປະດັບຫຼຽນກາລະນຶກ ໃຫ້ຄະນະບໍລິຫານງານພັກກະຊວງ ຈຳນວນ 18 ສະຫາຍ, ໃຫ້ກຽດປະດັບຫຼຽນ ໂດຍ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງ ປກສ.
ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງ ປກສ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ທີ່ໄດ້ຮັບການເລື່ອນຊັ້ນຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງ ຂຶ້ນ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດແຕ່ລະໄລຍະ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ພ້ອມກັນເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ, ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ສືບຕໍ່ຄົ້ນຄວ້າ, ຊອກຮູ້ຮໍ່າຮຽນເພື່ອພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າ. ພ້ອມກັນນັ້ນ, ກໍຕ້ອງເປັນເສນາທິການທີ່ດີໃຫ້ຂັ້ນເທິງໃນການນໍາສະເໜີທິດທາງ, ວິທີການ, ແຜນການຕ່າງໆ ແລະ ມີທັດສະນະທີ່ຖືກຕ້ອງເໝາະສົມຕໍ່ຂົງເຂດວຽກງານທີ່ຮັບຜິດຊອບ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະ.
ທີ່ມາ: ໜັງສືພິມຄວາມສະຫງົບ

