ກົມໄຊເບີ ຮ່ວມມືເອກະຊົນ ເພື່ອການສຶກສາຄວາມເປັນໄປໄດ້ ໃນການພັດທະນາສູນປະຕິບັດການຄວາມປອດໄພໄຊເບີ

ວັນທີ 20 ພະຈິກ 2025 ຜ່ານມານີ້ ກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກກັບບໍລິສັດເອກະຊົນ  ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໃນການພັດທະນາສູນປະຕິບັດການຄວາມປອດໄພໄຊເບີ ແຫ່ງຊາດ (National Cybersecurity Operation Center (NSOC)) ເພື່ອຈະຍົກລະດັບການເຮັດວຽກຮ່ວມກັນ ໂດຍເປັນຄູ່ຮ່ວມງານມຸ້ງຫວັງທີ່ຈະໄດ້ຮັບຜົນປະໂຫຍດຮ່ວມກັນ ໃນການຮ່ວມມືພັດທະນາລະບົບ ສູນປະຕິບັດຄວາມປອດໄພໄຊເບີ ແຫ່ງຊາດ (NSOC) ໃຫ້ສາມາດບໍລິການໃນຄຸ້ມຄອງດ້ານຄວາມປອດໄພໄຊເບີ MSSP (Managed Security Service provider) ເຕັມຮູບແບບ ເພື່ອປົກປ້ອງພື້ນຖານໂຄງລ່າງທີ່ສໍາຄັນຂອງຊາດ ກໍຄືບັນດາຂະແໜງການທີ່ນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ/ເຕັກໂນໂລຊີດິຈິຕອນ ເຂົ້າໃນການຂັບເຄື່ອນເສດຖະກິດຂອງສັງຄົົມ, ສາມາດເສີມສ້າງ ແລະ ພັດທະນາບຸກຄະລາກອນ ດ້ານຄວາມປອດໄພໄຊເບີ ໃຫ້ມີຄວາມຊໍານິຊໍານານ, ຮັບປະກັນໃນການແກ້ໄຂເຫດສຸກເສີນທີ່ເກີດຂື້ນທາງໄຊເບີໃຫ້ທັນກັບສະພາບການ.

ຈຸດປະສົງການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ທັງສອງຝ່າຍຈະໄດ້ຮ່ວມກັນ ສຶກສາ, ຄົ້ນຄ້ວາ ການອອກແບບ, ການພັດທະນາ ແລະ ບໍລິຫານຈັດການສູນປະຕິບັດຄວາມປອດໄພໄຊເບີ ແຫ່ງຊາດ (NSOC); ພັດທະນາເຕັກໂນໂລຊີ, ເຄື່ອງມື ແລະ ມາດຕະຖານການຄຸ້ມຄອງຄວາມປອດໄພໄຊເບີ, ການຮ່ວມມືໃນການຝຶກອົບຮົມ ແລະ ສ້າງຂີດຄວາມສາມາດທາງດ້ານວຽກງານຄວາມປອດໄພທາງໄຊເບີໃຫ້ແກ່ບຸກຄະລາກອນທັງສອງຝ່າຍ, ພັດທະນາ ລະບົບ MSSP, ຕິດຕາມ, ກວດກາ, ແຈ້ງເຕືອນ ເພື່ອປ້ອງກັນໄພຄຸກຄາມໂຄງລ່າງພື້ນຖານທີ່ສໍາຄັນຂອງຊາດ ແລະ ບັນດາຂະແໜງການທີ່ນໍາໃຊ້ເຕັກໂນໂລຊີດິຈິຕອນ, ສ້າງ ແລະ ພັດທະນາລະບົບຊອບແວ Open sourse ເພຶ່ອສະໜັບສະໜູນ ລະບົບຊອບແວ ຂອງ ສສ. ຫວຽດນາມ, ຮ່ວມມືໃຫ້ບໍລິການດ້ານຄວາມປອດໄພທາງໄຊເບີ ໃຫ້ແກ່ ທັງພາກລັດ ແລະ ເອກະຊົນ, ແລກປ່ຽນຂໍ້ມູນ, ວິຊການ ແລະ ປະສົບການທາງດ້ານຄວາມປອດໄພໄຊເບີ, ສ້າງກິດຈະກຳໃຫ້ຄວາມຮຸ້ແກ່ສັງຄົມໃນການຕອບໂຕ້ ແລະ ຮັບມືກັບເຫດສຸກເສີນທາງຄອມພິວເຕີ, ຄົ້ນຄວ້າ, ວິໄຈ ແລະ ພັດທະນາດ້ານນະວັດຕະກຳຄວາມປອດໄພທາງໄຊເບີຮ່ວມກັນ, ວິເຄາະ ແລະ ນໍາສະເໜີແຜນການລົງທຶນ ແລະ ຈັດຕັ້ງປະຕິບັດ ໃຫ້ຮັບປະກັນຄວາມຍືນຍົງ ທາງດ້ານເຕັກນິກ, ການບໍລິການ, ການພັດທະນາບຸກຄະລາກອນ ລວມທັງຈະໄດ້ສຶກສາດ້ານການບໍລິການຮ່ວມກັນດວ້ຍໃຫ້ບໍລິສັດເປັນຜູ້ຊວ່ຍດ້ານການຕະຫຼາດໃຫ້ ສູນ SoC ສາມາດເປັນເຈົ້າຕົນເອງ ແລະ ກຸມຕົນເອງທາງດ້ານການບໍລິຫານ ແລະ ດ້ານເສດຖະກິດກຸ້ມຕົນເອງໃນຕໍ່ໜ້າ.