ຈຳນວນຜູ້ເສຍຊີວິດຈາກໄຟໄໝ້ອາຄານພັກອາໄສຢູ່ຮົງກົງເພີ່ມເປັນ 128 ຄົນ
ທາງການຮົງກົງເປີດເຜີຍໃນວັນທີ 28 ພະຈິກວ່າ: ຈໍານວນຜູ້ເສຍຊີວິດຈາກເຫດໄຟໄໝ້ອາຄານທີ່ພັກອາໄສ Wang Fuk Court ໃນເຂດຕ່າຍໂປຂອງຮົງກົງ ເພີ່ມຂຶ້ນເປັນ 128 ຄົນ ແລະ ມີຜູ້ບາດເຈັບ 76 ຄົນ ໂດຍຄາດວ່າຈໍານວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນອີກ ຫລັງຈາກໄຟໄໝ້ຢູ່ອາຄານດັ່ງກ່າວເກີດຂຶ້ນນັບແຕ່ວັນທີ 26 ພະຈິກ.
ທ່ານ ຄຣິສ ຖັງ ລັດຖະມົນຕີກະຊວງຄວາມໝັ້ນຄົງຂອງຮົງກົງ ເປີດເຜີຍໃນລະຫວ່າງການຖະແຫລງຂ່າວໃນວັນທີ 28 ພະຈິກວ່າ: ເຈົ້າໜ້າທີ່ບໍ່ຕັດຄວາມເປັນໄປໄດ້ທີ່ວ່າ ອາດຈະພົບຜູ້ເສຍຊີວິດເພີ່ມອີກ. ພ້ອມເປີດເຜີຍວ່າ: ວັດສະດຸທີ່ໃຊ້ສໍາລັບປັບປຸງອາຄານທີ່ພັກອາໄສແຫ່ງນີ້ເປັນສາເຫດເຮັດໃຫ້ໄຟລຸກລາມຢ່າງວ່ອງໄວ.
ທ່ານ ຖັງ ເປີດເຜີຍຕໍ່ສື່ມວນຊົນວ່າ: ໄຟເລີ່ມຕົ້ນຂຶ້ນຢູ່ຊັ້ນລຸ່ມຂອງອາຄານ ເຊິ່ງຕາຂ່າຍທີ່ຫຸ້ມນັ່ງຮ້ານໄມ້ໄຜ່ໄດ້ເກີດໄຟໄໝ້ ເມື່ອນັ່ງຮ້ານໄມ້ໄຜ່ເຫລົ່ານັ້ນພັງລົງພາຍໃຕ້ຄວາມຮ້ອນສູງ ກໍຕົກໃສ່ວັດສະດຸທີ່ໃຊ້ຫໍ່ຫຸ້ມອາຄານໃກ້ຄຽງ ເຊິ່ງສົ່ງຜົນເຮັດໃຫ້ໄຟລຸກລາມຢ່າງວ່ອງໄວ.
ຫາຍະນະທີ່ເກີດຂຶ້ນຖືເປັນເຫດການໄຟໄໝ້ຄັ້ງຮຸນແຮງທີ່ສຸດຂອງຮົງກົງນັບແຕ່ປີ 1948 ເຊິ່ງໃນປີນັ້ນໄດ້ເກີດໄຟໄໝ້ສາງສິນຄ້າແຫ່ງໜຶ່ງຈົນເຮັດໃຫ້ມີຜູ້ເສຍຊີວິດ 176 ຄົນ. ນອກຈາກນີ້ ມີລາຍງານວ່າ: ທາງການຮົງກົງໄດ້ຈັບຜູ້ສົງໄສ 5 ຄົນທີ່ຄາດວ່າຈະກ່ຽວຂ້ອງກັບເຫດການຄັ້ງນີ້.
ໂຄງການທີ່ພັກອາໄສແຫ່ງນີ້ມີຄວາມສູງ 30 ກວ່າຊັ້ນ ປະກອບມີຫ້ອງຊຸດປະມານ 2,000 ຢູນິດ ແລະ ຮອງຮັບຜູ້ຢູ່ອາໄສປະມານ 4,000 ຄົນ.
