ຮັບຮອງການສ້າງຕັ້ງສະມາຄົມ ຜະລິດກະສິກຳ ແລະ ປູກໄມ້ເປັນສິນຄ້າ
ວັນທີ 26 ພະຈິກ 2025 ຜ່ານມາ ຄະນະຈັດຕັ້ງສູນກາງພັກ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮັບຮອງການສະມາຄົມຜະລິດກະສິກຳ ແລະ ປູກໄມ້ເປັນສິນຄ້າ ຢ່າງເປັນທາງການ ໂດຍການເຂົ້າຮ່ວມ ຂອງ ທ່ານ ນາງ ພຸດທະມາລີ ວັນນະຈະເລີນ ວິຊາການ ພະແນກຄຸ້ມຄອງອົງການຈັດຕັ້ງສັງຄົມ ກົມພັດທະນາການບໍລິຫານລັດ ແລະ ທ່ານ ພຸດທະນູສອນ ເໝືອນສິດທິດາ, ຮອງຫົວໜ້າພະແນກຄົ້ນຄວ້າ-ສັງລວມ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ສະມາຊິກສາມັນ ເຂົ້າຮ່ວມ 27 ຄົນສະມາຊິກສະໜັບສະໜູນ ແລະ ສະມາຊິກກິດຕິມະສັກເຂົ້າຮ່ວມ.
ສະມາຄົມເຫັນດີເລືອກຕັ້ງ ທ່ານ ນາງ ອາມິນ່າ ໄຊຍະລາດ ເປັນປະທານສະມາຄົມ, ທ່ານ ນາງ ລຳເພັດ ວົງວິຈິດ ເປັນຮອງປະທານສະມາຄົມ ແລະ ທ່ານ ນາງ ພັນມາລາ ເນົາວະລາດ ເປັນກຳມະການສະມາຄົມ ພ້ອມດຽວກັນໄດ້ແຕ່ງຕັ້ງຄະນະກວດກາສະມາຄົມ ທ່ານ ພູວົງ ພິມມະສອນ ເປັນປະທານກວດກາ, ທ່ານ ສຸນີ ພົມດວງສີ ເປັນຮອງປະທານກວດກາ, ທ່ານ ສົມບູນ ເປັນຮອງປະທານກວດກາ.
ເປົ້າໝາຍຂອງສະມາຄົມ ເພື່ອເປັນການອຳນວຍໃຫ້ຜູ້ຜະຫຼິດກະສິກຳ ແລະ ປູກໄມ້, ການສົ່ງເສີມການຜະລິດ ແລະ ການເຂົ້າເຖິງຕ່ອງໂສ້ການຄ້າ, ການຮັບປະກັນມາດຕະຖານ, ການຮັບປະກັນແຫລ່ງທຶນ ແລະ ການປະກັນໄພການຜະລິດ ແລະ ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝໃນການຜະລິດ ແລະ ຈຳໜ່າຍ. ນອກນີ້ ຍັງເປັນການສະໜັບສະໜູນວຽກງານດ້ານການແກ້ໄຂສະພາບການປ່ຽນແປງດິນຟ້າອາກາດ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງຊາດ ໃຫ້ເປັນໄປ ແນວທາງນະໂຍບາຍຂອງພັກ ແລະ ການຈັດຕັ້ງຂອງລັດຖະບານ
