ແນວຄິດໂຄງການກໍ່ສ້າງເສັ້ນທາງລົດເມ BRT ເປັນເລື່ອງທີ່ດີ ແຕ່ຍັງມີຫລາຍບັນຫາຕ້ອງແກ້

ໂດຍ: ທິດກໍ່າ

ການທີ່ນະຄອນຫລວງວຽງຈັນເຮົາມີສາຍທາງ BRT ອັນເປັນການຂົນສົ່ງແບບມວນຊົນ ສະແດງໃຫ້ເຫັນຄວາມຈະເລີນພັດທະນາຂອງບ້ານເມືອງ ເປັນທາງເລືອກໜຶ່ງໃນການໄປມາຂອງຊາວນະຄອນຫລວງວຽງຈັນ ແລະ ນັກທ່ອງທ່ຽວ, ແຕ່ສິ່ງທີ່ໜ້າຄິດນັ້ນກໍຄືເບື້ອງຫລັງໄດ້ຖືກເປີດເຜີຍ ເຊິ່ງພຶດຕິກໍາບາງຢ່າງມັນຂັດຄວາມເປັນຈິງ ແລະ ແຕະຕ້ອງເຖິງລະບຽບກົດໝາຍຂອງບ້ານເມືອງ.

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ປອ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານຜົນຂອງການກວດກາບໍລິຫານລັດສໍາລັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫລວງວຽງຈັນ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນລົດເມດ່ວນ BRT ເຊິ່ງໄດ້ລິເລີ່ມມາແຕ່ປີ 2014 ໂດຍໃຊ້ງົບປະມານລົງທຶນ 99.70 ລ້ານໂດລາສະຫະລັດ ໃນນີ້ໄດ້ທຶນມາຈາກ 7 ແຫລ່ງ ສະພາແຫ່ງຊາດໄດ້ຮັບຮອງໂຄງການເຂົ້າໃນແຜນການລົງທຶນຂອງລັດປີ 2017 ມູນຄ່າ 1,091 ຕື້ກີບ ເຊິ່ງຜ່ານການຈັດຕັ້ງປະຕິບັດໄດ້ພົບເຫັນບັນຫາຫລາຍຢ່າງເຊັ່ນ: ຄວາມຄືບໜ້າໂຄງການຊັກຊ້າກວ່າ 2 ປີ ຫລືວ່າ 24 ເດືອນ, ທຸກໜ້າວຽກປະຕິບັດໄດ້ພຽງ 79.25%, ໂຄງລ່າງພື້ນຖານ 5 ສັນຍາປະຕິບັດໄດ້ 85.35%, ການແຕ້ມແບບກໍ່ສ້າງຂອງໂຄງການຍັງບໍ່ຖືກຮັບຮອງຈາກທີ່ປຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ, ອຸປະກອນທີ່ຕິດຕັ້ງພາຍໃນລົດເມ, ສະຖານີລົດເມ ແລະ ອູ່ລົດເມຍັງບໍ່ຖືກຮັບຮອງຢັ້ງຢືນມາດຕະຖານຈາກຂະແໜງການກ່ຽວຂ້ອງ, ການເບີກຈ່າຍຊໍາລະບໍ່ຜ່ານສິນເຊື່ອຂອງທະນາຄານແຫ່ງ ສປປ ລາວ ກໍານົດ, ການວ່າຈ້າງທີ່ປຶກສາມູນຄ່າສູງເຖິງ 10.98 ລ້ານໂດລາສະຫະລັດ ຫລື ເທົ່າກັບ 11% ເຫັນວ່າມູນຄ່າສູງຖ້າທຽບໃສ່ດໍາລັດ 431/ລບ, ລົງວັນທີ 26 ພະຈິກ 2014 ໄດ້ກໍານົດບໍ່ເກີນ 2%. ນີ້ຄືສະພາບເບື້ອງຫລັງຄວາມເປັນມາຂອງໂຄງການກໍ່ສ້າງສາຍທາງລົດເມ BRT ທີ່ພວກເຮົາໄດ້ຂີ່ຟຣີໃນໂອກາດບຸນທາດຫລວງ ແລະ ແລ່ນບໍລິການຮັບໃຊ້ມວນຊົນໃນນະຄອນຫລວງວຽງຈັນຈົນມາຮອດປັດຈຸບັນ.

ໄປຄຽງຄູ່ກັນນັ້ນ, ໃນໄລຍະການລົງມື້ກໍ່ສ້າງສາຍທາງດັ່ງກ່າວຍັງໄດ້ຮັບຫາງສຽງວິພາກວິຈານຈາກສັງຄົມບໍ່ໜ້ອຍ ໂດຍສະເພາະຜູ້ໃຊ້ລົດໃຊ້ຖະໜົນ ມີຜູ້ເຫັນດີ, ຜູ້ບໍ່ເຫັນດີ, ເສັ້ນທາງບາງບ່ອນລົງມືກໍ່ສ້າງໃກ້ຈະສໍາເລັດພັດມີຜູ້ສັ່ງໃຫ້ທຸບໃຫ້ມ້າງ, ບາງບ່ອນເຮັດບໍ່ທັນແລ້ວກໍມີລົດຈັກລົດໃຫຍ່ເຂົ້າແລ່ນຕາມເສັ້ນທາງດັ່ງກ່າວ ໂດຍສະເພາະຍາມເລັ່ງດ່ວນ ຫລື ກໍລະນີຈໍາເປັນ. ມີຫລາຍຫາງສຽງກໍຈົ່ມວ່າສາຍທາງລົດເມ BRT ສ້າງຂຶ້ນເພື່ອແກ້ໄຂບັນຫາລົດຕິດ, ແຕ່ພັດຍິ່ງເຮັດໃຫ້ລົດຕິດຕື່ມ ແລະ ສາລະພັດບັນຫາ ເຊິ່ງມາຮອດປັດຈຸບັນເຖິງວ່າສາຍທາງບາງຍ່ານໄດ້ແລ່ນບໍລິການຮັບໃຊ້ມວນຊົນໄປແດ່ແລ້ວອາດຈະມີການທຸບມ້າງດັດປັບໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງທາງບ້ານເຮົາຕາມທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວຢໍ້າໃນກອງປະຊຸມສະພາຜ່ານມາ.

ແນວທາງ ແລະ ຄວາມຄິດຂອງໂຄງການ ເປັນເລື່ອງທີ່ດີທີ່ປະຕິເສດບໍ່ໄດ້ ແຕ່ໃນຂອດການຈັດຕັ້ງປະຕິບັດຊໍ້າພັດພົບບັນຫາຫລາຍ ຄືດັ່ງທີ່ປາກົດ ແລະ ຖືກນຳໄປນຳສະເໜີຕໍ່ສະພາ ດັ່ງນັ້ນ ເພື່ອເຮັດໃຫ້ໂຄງການດັ່ງກ່າວໄດ້ຮັບຜົນດີ ແລະ ມີປະໂຫຍດຕໍ່ສັງຄົມ ຕ້ອງໄດ້ມີການປັບແກ້ໃຫ້ສອດຄ່ອງ ແລະເໝາະສົມກັບສະພາບບ້ານເຮົາອີກຫລາຍຢ່າງ.