ຄູອາສາສະໝັກ ແຂວງອຸດົມໄຊ ໄດ້ບັນຈຸເປັນລັດຖະກອນຄູໃໝ່ ປີ 2025 ຈໍານວນ 72 ຄົນ

ວັນທີ 26 ພະຈິກ 2025 ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຕັດສິນຜົນການ ສຳພາດຄັດເລືອກລັດຖະກອນຄູໃໝ່ເພື່ອບັນຈຸເປັນລັດຖະກອນປີ 2025 ໂດຍການເປັນປະທານຂອງທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ມີຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຄັດເລືອກບັນຈຸສັບຊ້ອນລັດຖະກອນໃນຄັ້ງນີ້ ຄະນະຮັບຜິດຊອບແມ່ນອີງຕາມແຈ້ງການແນະນຳ ແລະ ໄດ້ສົມທົບກັບຕຳຫລວດ, ໝໍ ກວດນ້ຳປັດສະວະ, ກວດເອກະສານຄວາມຖືກຕ້ອງ ແລະ ສຳພາດຄູອາສາ ຊຶ່ງທົ່ວແຂວງອຸດົມໄຊ ມີຄູອາສາທັງໝົດ 72 ທ່ານ, ຍິງ 37 ທ່ານ, ປີນີ້ແຂວງອຸດົມໄຊ ໄດ້ຮັບໂກຕາລັດຖະກອນຄູທັງໝົດ 73 ໂກຕາ, ຊຶ່ງຜ່ານການສຳພາດ, ກວດກາເອກະສານ ແລະ ກວດນ້ຳປັດສະວະ ຜົນການປະເມີນແມ່ນຜ່ານໝົດທຸກຄົນ ແລະ ໄດ້ຕັດສິນຮັບຮອງເອົາຜົນການສຳພາດຄັດເລືອກຄູອາສາເຂົ້າບັນຈຸເປັນລັດຖະກອນຄູໃໝ່ ປີ 2025 ຈຳນວນທັງໝົດ 72 ຄົນ, ຍິງ 37 ຄົນ ຢ່າງເປັນທາງການ.

ທີ່ມາ: ສຶກສາທິການ ແລະ ກິລາ ແຂວງອຸດົມໄຊ