ກຳປູເຈຍປະກາດຖອນທີມບານເຕະຊາຍ-ຍິງ ແລະ ອີກຫລາຍປະເພດກິລາ ອອກຈາກຊີເກມ ຄັ້ງທີ 33 ທີ່ໄທເປັນເຈົ້າພາບ!
ວັນທີ 26 ພະຈິກ 2025 ຜ່ານມານີ້ ກຳປູເຈຍໄດ້ປະກາດຖອນຕົວບານເຕະຊາຍ-ຍິງ ລວມທັງອີກຫລາຍປະເພດກິລາ ອອກຈາກການແຂ່ງຂັນຊີເກມ ຄັ້ງທີ 33 ທີ່ປະເທດໄທເປັນເຈົ້າພາບ, ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 9-20 ທັນວາ 2025. ພາຍຫລັງທີ່ຄະນະກຳມະການໂອລິມປິກແຫ່ງກຳປູເຈຍ ສົ່ງໜັງສືແຈ້ງເຖິງສະຫະພັນຊີເກມ.
ສຳລັບ 8 ປະເພດກິລາ ທີ່ກຳປູເຈຍ ໄດ້ຖອນຕົວຄື: ກະຕໍ້, ວູຊູ, ຢູໂດ, ຄາຣາເຕ້, ປັນຈັກສິລັດ, ເປຕັງ, ມວຍປໍ້າ ແລະ ບານເຕະ, ເຫດຜົນການຖອນໂຕຄັ້ງນີ້ ທີ່ໄດ້ລະບຸໃນຈົດໝາຍແຈ້ງວ່າ ກຳປູເຈຍມີຄວາມກັງວົນເລື່ອງຄວາມປອດໄພ ແລະ ຕ້ອງການປົກປ້ອງນັກກິລາ ແລະ ເຈົ້າໜ້າທີ່, ນີ້ເປັນພຽງກິລາບາງສ່ວນທີ່ກຳປູເຈຍຖອນອອກຈາກການແຂ່ງຂັນ ແຕ່ກຳປູເຈຍ ກໍຍັງສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 13 ປະເພດກິລາເປັນຕົ້ນ: ລອຍນໍ້າ, ແລ່ນ-ລານ, ອີສະປອດ, ຟັນດາບ, ຢິມນາສຕິກ, ຢູຍິດສູ, ຄິກບ໋ອກຊິ່ງ, ເທຄວັນໂດ, ຂີ່ມ້າ, ເຈັດສະກີ, ໄຕກິລາ,ເທກບອນ ແລະ ບານສົ່ງ. ຫວັງວ່າທາງສະຫະພັນຊີເກມ ແລະ ໂອລິມປິກໄທຈະເຂົ້າໃຈດ້ວຍ.
ສຳລັບການຖອນໂຕແມ່ນມີຜົນກະທົບກັບກິລາປະເພດບານເຕະຊາຍ ເຮັດໃຫ້ກຸ່ມ A ເຫຼືອພຽງແຕ່ ໄທ ແລະ ຕີມໍ ເລສເຕ. ຄາດວ່າອາດຈະຕ້ອງມີ ການຈັບສະຫຼາກແບ່ງສາຍໃໝ່, ສ່ວນບານເຕະຍິງກຸ່ມ A ຈະເຫຼືອພຽງແຕ່ ໄທ ແລະ ສປປ.ລາວ ລວມທັງໝົດມີ 5 ທີມ. ຄາດວ່າອາດຈະປ່ຽນໄປໃຊ້ ລະບົບພົບກັນໝົດ ແທນ.
