ນາຍົກລັດຖະມົນຕີຫວຽດນາມສັ່ງກຽມພ້ອມຂັ້ນສູງສຸດ ຮັບມືພາຍຸເຂດຮ້ອນໂຄໂຕະ

               ທ່ານ ຝາມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ສັ່ງໃຫ້ກະຊວງ, ໜ່ວຍງານຢູ່ສູນກາງ ແລະ ໜ່ວຍງານຢູ່ທ້ອງຖິ່ນໃນເຂດແຄມທະເລ ໃຊ້ມາດຕະການຮັບມືໃນລະດັບສູງສຸດ. ຂະນະທີ່ພາຍຸເຂດຮ້ອນໂຄໂຕະ (Koto) ກໍາລັງເຄື່ອນທີ່ເຂົ້າໃກ້.

               ສໍານັກຂ່າວຫວຽດນາມ (VNA) ລາຍງານໃນວັນທີ 27 ພະຈິກວ່າ: ຫວຽດນາມໄດ້ລະດົມກໍາລັງທະຫານ 267,335 ຄົນ ແລະ ຍານພາຫະນະ 6,684 ຄັນ ເພື່ອກຽມພ້ອມສໍາລັບປະຕິບັດງານຄົ້ນຫາ ແລະ ກູ້ໄພ ລວມທັງມີການປະສານງານກັບໜ່ວຍງານທ້ອງຖິ່ນ ເພື່ອອົບພະຍົບປະຊາຊົນຈາກພື້ນທີ່ສ່ຽງສູງໄປສະຖານທີ່ປອດໄພ.

               ໜ່ວຍງານທ້ອງຖິ່ນໃນເຂດແຄມຝັ່ງ ນັບແຕ່ເມືອງດານັງໄປຮອດແຂວງກ່າເມົາ ໄດ້ແຈ້ງຂໍ້ມູນ ແລະ ໃຫ້ຄໍາແນະນໍາຕໍ່ເຮືອ 49,200 ກວ່າລໍາ ແລະ ຊາວປະມົງ 272,000 ກວ່າຄົນ ກ່ຽວກັບການເຄື່ອນໄຫວຂອງພາຍຸໂຄໂຕະ.

                 ສູນພະຍາກອນອາກາດ-ອຸຕຸນິຍົມວິທະຍາແຫ່ງຊາດ ລະບຸວ່າ: ພາຍຸໂຄໂຕະຢູ່ຫ່າງຈາກເກາະເຊົາເວສເຄໄປທາງເໜືອປະມານ 180 ກິໂລແມັດ ເມື່ອເວລາ 7:00 ໂມງ ຂອງວັນທີ 27 ພະຈິກ ແລະ ກໍາລັງເຄື່ອນທີ່ໄປທາງເຄິ່ງກາງຂອງທິດຕາເວັນຕົກກັບຕາເວັນຕົກສຽງເໜືອດ້ວຍຄວາມໄວ 10-15 ກິໂລແມັດ/ຊົ່ວໂມງ.

                ສະຖານີວິທະຍຸ Voice of Vietnam ລາຍງານວ່າ: ຜູ້ຊ່ຽວຊານດ້ານອຸຕຸນິຍົມວິທະຍາລະບຸວ່າ: ເສັ້ນທາງ ແລະ ຄວາມຮຸນແຮງຂອງພາຍຸຍັງບໍ່ແນ່ນອນ ເຖິງວ່າພາຍຸມີທ່າອ່ຽງຈະປ່ຽນທິດທາງ ແລະ ອ່ອນກໍາລັງລົງ, ແຕ່ບໍ່ສາມາດຕັດຄວາມເປັນໄປໄດ້ທີ່ພາຍຸອາດມຸ້ງເຂົ້າສູ່ພາກກາງຂອງຫວຽດນາມ.