ເລີ່ມກໍ່ສ້າງ ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ຊ່ວງ ເມືອງປາກຊັນ ຫາ ຊາຍແດນລາວຫວຽດນາມ ຍາວ 203.8 ກິໂລແມັດ ຄືບໜ້າ 20% ແລ້ວ
ທ່ານ ບຸນຕາ ແສງຄຳຝອງ ວິຊາການປະຈຳຢູ່ພາກສະໜາມ ຂອງບໍລິສັດ ນໍ້າທາ ກໍ່ສ້າງ-ຂົວ-ທາງຈຳກັດ ໄດ້ໃຫ້ສຳພາດຕໍ່ກັບສື່ມວນຊົນ ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການວ່າ: ປັດຈຸບັນ ໂຄງການ ແມ່ນໄດ້ມີການລົງມືກໍ່ສ້າງແລ້ວ ໂດຍເລີ່ມແຕ່ກິໂລແມັດ 00 ເປັນຕົ້ນມາ, ຈຸດທີ 2 ຢູ່ກິໂລແມັດທີ 22, ຈຸດທີ 3 ຢູ່ກິໂລແມັດທີ 30, ກິໂລແມັດທີ 96 ຢູ່ວຽງທອງ, ຕີລາຄາການກໍ່ສ້າງໄດ້ເກືອບ 20% ແລ້ວ.
ທ່ານ ຫລຽນທອງ ວົງຫາຈັກ ຮອງຫົວໜ້າໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍ, ແຕ່ຊ່ວງ 1 ແລະ ຊ່ວງ 2 ຍັງໃຫ້ສຳພາດວ່າ: ທາງກຸ່ມບໍລິສັດຜູ້ພັດທະນາ ແມ່ນມີແຜນຈະກໍ່ສ້າງໂຄງການດັ່ງກ່າວໃຫ້ສຳເລັດໃນ 4 ປີ ຄືປີ 2029 ໃຫ້ສຳເລັດ, ຕາມຄວາມພ້ອມ ແລະ ວາງແຜນລົງມື 3 ໜ້າວຽກໃຫຍ່ໄປພ້ອມກັນເຊັ່ນ: ວຽກດິນ, ວຽກໂຄງສ້າງ ແມ່ນຈະເອົາກົນຈັກເຂົ້າທຸກໆ 10-20 ກິໂລ ຕະຫຼອດເສັ້ນທາງ ສ່ວນວຽກຂົວ ແມ່ນຈະໄດ້ລົງມືທຸກໆຂົວໄປພ້ອມກັນ, ວຽກປູໜ້າທາງດ້ວຍເບຕົງ ແມ່ນຈະໄດ້ລົງມືຢູ່ເຂດທົ່ງພຽງຈຸດທີ່ວຽກດິນສຳເລັດແລ້ວ, ໃນການກໍ່ສ້າງຕົວຈິງ ແມ່ນຈະໄດ້ກໍ່ສ້າງທາງເວັ້ນທາງຄືນ ໂດຍຈະນຳແຮງງານຕ່າງປະເທດມາຊ່ວຍ ເພື່ອໃຫ້ມີປະສິດທິພາບສູງ.
ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ຊ່ວງ 2 ແມ່ນມີຄວາມສຳຄັນ ແລະ ສອດຄ່ອງຕາມທິດເຊື່ອມໂຍງເຊື່ອມຈອດຂອງປະເທດລາວ, ຕັ້ງຢູ່ໃຈກາງ ລະຫວ່າງ ປະເທດຫວຽດນາມ ແລະ ປະເທດໄທ. ເຊິ່ງມີໄລຍະທາງທັງໝົດ 203.8 ກິ ໂລແມັດ ຈາກ ເມືອງປາກຊັນ ຫາ ຊາຍແດນລາວ-ຫວຽດນາມ ເຂດເມືອງໄຊຈຳພອນ ແຂວງບໍລິຄຳໄຊ.
ທີ່ມາ: ໜັງສືພິມວຽງຈັນໃໝ່
