ແຈ້ງເຕືອນສະພາບອາກາດໜາວເຢັນ ແລະ ລົມພັດແຮງ ໃນໄລະຍະວັນທີ 26 ຫາ 29 ພະຈິກ 2025

ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂື້ນອີກເທື່ອໃໝ່ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດ ປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 3 ຫາ 5 ອົງສາ ຢູ່ໃນແຕ່ລະພາກ ແລະ ຈະເຮັດໃຫ້ສະພາບອາກາດ ໜາວເຢັນຢູ່ທົ່ວໄປ ແລະ ຈະໜາວເຢັນຫຼາຍຢູ່ແຂວງພາກເໜືອ ລົງຫາ ພາກກາງ ແລະ ເຂດພູພຽງບໍລະເວນ ພ້ອມຈະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 26 ຫາ 29 ພະຈິກ 2025 ນີ້.

ພາກເໜືອ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ. ອາກາດໜາວເຢັນຫຼາຍ ພ້ອມມີໝອກໝາປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງ ທ້ອງຖິ່ນ ອຸນຫະພູມຕໍ່າສຸດ 03 ຫາ 08 ອົງສາ;

ພາກກາງ: ແຂວງໄຊສົມບູນ, ຫຼັກ20, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ມີໝອກບາງປົກຫຸ້ມໃນຕອນເຊົ້າ ພ້ອມຈະມີລົມພັດແຮງ ໂດຍສະເພາະຢູ່ ອຸນຫະພູມຕໍ່າສຸດ 09 ຫາ 15 ອົງສາ;

ນະຄອນຫຼວງວຽງຈັນ ອາກາດເຢັນ ຫາ ໜາວເຢັນ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 12 ຫາ 16 ອົງສາ;

ເຂດພູພຽງບໍລະເວນ ອາກາດໜາວເຢັນຫຼາຍ ພ້ອມມີໝອກໝາປົກຫຸ້ມຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 03 ຫາ 07 ອົງສາ;

ພາກໃຕ້ ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 12 ຫາ 17 ອົງສາ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງ ມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດໜາວເຢັນດັ່ງກ່າວ ໂດຍສະເພາະ ຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງ ພາກເໜືອ, ແຂວງ ໄຊສົມບູນ, ພາກກາງ ແລະ ເຂດພູພຽງບໍລະເວນ ຈະໜ າວເຢັນຫຼາຍ. ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະ ເດັກນ້ອຍ ແລະ ຜູ້ສູງອາຍຸ ຂໍໃຫ້ຮັກສາສຸຂະພາບນຸ່ງ ຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໜີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະອຸທົກກະສາດ ຢ່າງເປັນຈໍາ.