IMF ຄາດວ່າເສດຖະກິດກໍາປູເຈຍຈະຂະຫຍາຍຕົວຊ້າລົງໃນປີນີ້-ປີໜ້າ ເຫດຂັດແຍ່ງຊາຍແດນໄທ, ກໍາແພງພາສີອາເມລິກາ

                 ກອງທຶນການເງິນສາກົນ (IMF) ຄາດຄະເນວ່າ: ເສດຖະກິດກໍາປູເຈຍຈະເຕີບໃຫຍ່ຊ້າລົງເຫລືອ 4.8% ໃນປີ 2025 ແລະ 4% ໃນປີ 2026 ເປັນຜົນມາຈາກຄວາມປັ່ນປ່ວນຂອງການສົ່ງອອກ, ການສົ່ງເງິນກັບປະເທດທີ່ຫລຸດລົງຕໍ່ເນື່ອງ, ການທ່ອງທ່ຽວທີ່ຫລຸດລົງ ແລະ ອຸປະສົງພາຍໃນປະເທດທີ່ອ່ອນແອ.

                 IMF ລະບຸວ່າ: ໃນປີ 2024 ເສດຖະກິດກໍາປູເຈຍເຕີບໃຫຍ່ 6%, ແຕ່ຫລັງຈາກນັ້ນ ກໍາປູເຈຍຜະເຊີນປັດໄຈລົບຕ່າງໆ ທັງການຢຸດຊະງັກທາງການຄ້າ, ຄວາມເຄັ່ງຕຶງບໍລິເວນຊາຍແດນ ແລະ ການເຕີບໃຫຍ່ຂອງສິນເຊື່ອທີ່ຊຸດໂຊມ ເຊິ່ງເຜີຍໃຫ້ເຫັນຄວາມບອບບາງຂອງເສດຖະກິດ ແລະ ສັນຍານຂອງການຂະຫຍາຍຕົວຊ້າທາງເສດຖະກິດເລີ່ມປາກົດໃນໄລຍະ 6 ເດືອນທ້າຍປີນີ້.

                 “ການຫລຸດຕົວເລກຄາດຄະເນເປັນຜົນມາຈາກການສົ່ງເງິນກັບປະເທດທີ່ຫລຸດລົງ ແລະ ການຂະຫຍາຍຕົວຊ້າຂອງຂະແໜງທ່ອງທ່ຽວ ເຊິ່ງຄາດວ່າຈະສົ່ງຜົນກະທົບຕໍ່ອຸປະສົງພາຍໃນປະເທດ”. IMF ລະບຸ “ສ່ວນຜົນກະທົບຈາກມາດຕະການພາສີອາກອນຈະເຮັດໃຫ້ລາຍຮັບຈາກການສົ່ງອອກຫລຸດລົງ ເນື່ອງຈາກຜູ້ຜະລິດຕ້ອງຜະເຊີນແຮງກົດດັນດ້ານອັດຕາກໍາໄລ”.

                ທັງນີ້, ອາເມລິກາໄດ້ຮຽກເກັບພາສີນໍາເຂົ້າສິນຄ້າຈາກກໍາປູເຈຍໃນອັດຕາ 19% ໂດຍມີຜົນແຕ່ວັນທີ 1 ສິງຫາ.

                IMF ກ່າວວ່າ: ນະໂຍບາຍການເງິນທີ່ຮອບຄອບ ຄຽງຄູ່ກັບການປະຕິຮູບທາງໂຄງສ້າງ ຖືເປັນສິ່ງຈໍາເປັນໃນການຮັກສາສະຖຽນລະພາບ ແລະ ສົ່ງເສີມຄວາມຫົດຢືດ ໂດຍແນະນໍາວ່າຄວນໃຊ້ມາດຕະການໄລຍະສັ້ນທີ່ຊ່ວຍບັນເທົາຜົນກະທົບຈາກພາຍນອກ, ພ້ອມທັງວາງຮາກຖານສໍາລັບການແຂ່ງຂັນໃນໄລຍະກາງ.

                ຂະນະດຽວກັນ, IMF ຄາດວ່າເງິນເຟີ້ຂອງກໍາປູເຈຍຈະເພີ່ມຂຶ້ນເລັກໜ້ອຍໃນປີ 2025 ກ່ອນຈະຫລຸດລົງໃນປີ 2026.