ມາເລເຊຍອົບພະຍົບປະຊາຊົນໝື່ນກວ່າຄົນໜີນໍ້າຖ້ວມ ທ່ານ ອັນວາ ສັ່ງໃຫ້ຮັບມືໄພພິບັດຮຸນແຮງທີ່ສຸດຮອບປີ

                 ມາເລເຊຍຜະເຊີນວິກິດນໍ້າຖ້ວມຄັ້ງໃຫຍ່, ປະຊາຊົນນັບໝື່ນໄດ້ຮັບຜົນກະທົບ, ຕົວເລກຜູ້ອົບພະຍົບເພີ່ມຂຶ້ນໃນສູນອາໄສຊົ່ວຄາວ. ຂະນະທີ່ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແລະ ລັດຖະບານ ປະກາດພາລະກິດລະດົມຊັບພະຍາກອນຊ່ວຍເຫລືອພົນລະເມືອງຜູ້ໄດ້ຮັບຜົນກະທົບ.

                 ວັນທີ 26 ພະຈິກ, ສໍານັກຂ່າວ Bernama ລາຍງານວ່າ: ສະຖານະການນໍ້າຖ້ວມຢູ່ມາເລເຊຍຍັງທະວີຄວາມຮຸນແຮງ ໂດຍມີຕົວເລກຜູ້ອົບພະຍົບໃນຫລາຍລັດເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຂະນະທີ່ກລັນຕັນຍັງເປັນພື້ນທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດ ເຊິ່ງມີຜູ້ປະສົບໄພລວມທັງໝົດ 9,615 ຄົນ ຫລື 3,643 ຄອບຄົວ.

                 ໃນໄລຍະຜ່ານມາ, ຊາວມາເລເຊຍ 1.5 ໝື່ນຄົນອາໄສຢູ່ສູນຊົ່ວຄາວ 90 ກວ່າແຫ່ງ ທ່າມກາງຄວາມພະຍາຍາມຂອງລັດຖະບານໃນການຮັບມືວິກິດຄັ້ງນີ້ ໂດຍທ່ານ ອາໝັດ ຊາຮິດ ຮາມິດີ ຮອງນາຍົກລັດຖະມົນຕີ ປະກາດວ່າ: ທີມປ້ອງກັນອຸທົກກະໄພກຽມຄວາມພ້ອມຊ່ວຍປະຊາຊົນເຊັ່ນ: ການລະດົມຊັບພະຍາກອນ ຄືລົດບັນທຸກ ຫລື ອຸປະກອນປ້ອງກັນໄພທາງນໍ້າ.

ອ້າງອີງ: