ແຈ້ງເຕືອນ ພົບການປົນເປື້ອນເຊື້ອພະຍາດ ຄູອສຕຣີດຽມ ໂບ ທຸລິ້ນອມ ຜະລິດຕະພັນນົມຜົງ ສໍາລັບເດັກອ່ອນ ແລະ ເດັກນ້ອຍ ByHeart Whole Nutrition Infant Formula
ວັນທີ 24 ພະຈິກ 2025 ນີ້ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແຈ້ງເຕືອນວ່າ: ຜະລິດຕະພັນນົມຜົງ ສໍາລັບເດັກອ່ອນ ແລະ ເດັກນ້ອຍ ຍີ່ຫໍ້ ByHeart Whole Nutrition infant Formula ທີ່ຜະລິດໃນປະເທດສະຫາລັດອາເມຣິກາ ຊຶ່ງຜະລິດຕະພັນດັ່ງກ່າວ ມີການປົນເປື້ອນເຊື້ອພະຍາດ ຄູອສຕຣີດຽມ ໂບ ທຸລິ້ນອມ (Clostridium Botulinum) ແລະ ເປັນສາເຫດໃຫ້ເດັກອ່ອນ ແລະ ເດັກນ້ອຍ ຈໍານວນ 13 ຄົນ ເຈັບ ປ່ວຍ ຢູ່ໃນປະເທດສະຫະລັດອາເມຣິກາ, ອາການຂອງການຕິດເຊື້ອດັ່ງກ່າວແມ່ນມີອາການ ທ້ອງຜູກ, ດຸດນົມ ຫຼື ກິນອາຫານບໍ່ໄດ້ດີ, ສູນເສຍການຊົງຕົວ, ກືນອາຫານຍາກ, ຫາຍໃຈຍາກເຖິງຂັ້ນເສຍຊີວິດໄດ້.
ຜ່ານການກວດສອບຂໍ້ມູນຂອງຜະລິດຕະພັນດັ່ງກ່າວ ແມ່ນບໍ່ໄດ້ມີການຂຶ້ນທະບຽນອາຫານ ແລະ ບໍ່ໄດ້ມີ ການອະນຸຍາດນໍາເຂົ້າມາຍັງ ສປປ ລາວ, ເພື່ອຫຼີກລຽງອັນຕະລາຍທີ່ເກີດຈາກການບໍລິໂພກນົມດັ່ງກ່າວ ກົມອາຫານ ແລະຢາ ຈຶ່ງໄດ້ແຈ້ງມາຍັງທ່ານ ຫ້າມ ນໍາເຂົ້າ, ຈໍາໜ່າຍ ແລະ ບໍລິໂພກ, ຖ້າພົບເຫັນຜະລິດຕະພັນດັ່ງກ່າວແມ່ນໃຫ້ ແຈ້ງມາຍັງກົມອາຫານ ແລະ ຢາ, ຫຼື ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນຫຼວງວຽງຈັນເພື່ອຮ່ວມມືໃນການ ແກ້ໄຂ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານຊາບ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດຄວນດ້ວຍ.
