ມອບ-ຮັບ ໂຄງການອະນຸລັກ-ບູລະນະໂຮງນາງສີດາ ວັດພູຈຳປາສັກ
ຂ່າວແຂວງຈຳປາສັກ ລາຍງານ ວ່າ: ວັນທີ 24 ພະຈິກ 2025 ຜ່ານມານີ້ ແຂວງຕຳປາສັກ ມອບ-ຮັບ ໂຄງການອະນຸລັກ, ບູລະນະໂຮງນາງສີດາ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ວິຊາການ ມໍລະດົກໂລກ ວັດພູຈໍາປາສັກ ທີ່ເປັນໂຄງການຮ່ວມມືລາວ-ເກົາຫລີ ຕາງໜ້າມອບໂດຍ ທ່ານ ຄີຢອງລີ ປະທານອົງການມໍລະດົກວັດທະນະທຳ ເກົາຫລີ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ເຕດາວັນ ແກ້ວພິລາວັນ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຈຳປາສັກ, ມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຕາງໜ້າສະຖານທູດ ສ ເກົາຫລີ ປະຈຳນະຄອນຫລວງວຽງຈັນ, ຜູ້ປະສານງານໂຄງການຈາກສູນກາງ, ແຂວງ, ເມືອງ ແລະ ບັນດາພະນັກງານວິຊາການເຂົ້າຮ່ວມ.
ທ່ານ ນາງ ເຕດາວັນ ແກ້ວພິລາວັນ ລາຍງານວ່າ: ປີ 2013 ມູນນິທິວັດທະນະທໍາ ເກົາຫລີ ໃຫ້ທຶນຊ່ວຍເຫລືອ ໃນການບູລະນະສ້ອມແປງ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2013 ຫາ 2025. ຕະຫລອດໄລຍະຜ່ານມາ ໂຄງການຮ່ວມມືລາວ-ເກົາຫລີ ແມ່ນໄດ້ສຶກສາ, ສໍາຫລວດເກັບຂໍ້ມູນ ໃຫ້ແກ່ການບູລະນະສ້ອມແປງ ໂດຍສະເພາະ ເຫັນໄດ້ບັນດາຫົວໜ້າມູນນິທິວັດທະນະທໍາ ເກົາຫລີ ກໍຄືຊ່ຽວຊານ ໄດ້ພະຍາຍາມເອົາໃຈໃສ່ໃກ້ຊິດ ດ້ວຍເຂົ້າມາຕິດຕາມຊຸກຍູ້ຢູ່ພາກສະໜາມເປັນປະຈໍາ ແລະ ຕໍ່ເນື່ອງ ອັນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມເປັນໄປດ້ວຍດີ ແລະ ມີຄວາມຄືບໜ້າ, ຊຶ່ງການຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມ ແມ່ນໄດ້ມີການຮ່ວມມືກັນເປັນຢ່າງດີ ລະຫວ່າງຝ່າຍ ເກົາຫລີ ກັບການຈັດຕັ້ງພາກລັດຂັ້ນທ້ອງຖິ່ນຮອດຂັ້ນກະຊວງ ພ້ອມທັງໄດ້ມີການປະຊຸມປຶກສາຫາລືຮ່ວມກັນ ຂອງແຜນຈັດຕັ້ງປະຕິບັດແຕ່ລະໄລຍະ ເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ແລະ ມີຫລາຍອັນທີ່ໄດ້ຮັບຜົນສໍາເລັດ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ເນື່ອງຈາກກອບໄລຍະເວລາຂອງການຮ່ວມມື ໃກ້ຈະສິ້ນສຸດແລ້ວຈຶ່ງມອບ-ຮັບ ໂຄງ ການຮ່ວມ ມືລາວ-ເກົາຫລີ ໃຫ້ແກ່ລັດຖະບານ ສປປ ລາວ ຢ່າງເປັນທາງການ.
