ພະແນກ ວທ ນະຄອນຫລວງວຽງຈັນ ໃຫ້ເຂັ້ມງວດ ແລະ ບໍ່ສະໜັບສະໜູນການນຳເຂົ້າສິລະປິນຕ່າງປະເທດ ໄລຍະ ພະຈິກ 2025-ມີນາ 2026
ວັນທີ 21 ພະຈິກ 2025 ອອກໜັງສືທາງລັດຖະການ ເຖິງອົງການປົກຄອງແຕ່ລະເມືອງ ຊ່ວຍຊີ້ນໍາ ອົງການປົກຄອງເມືອງ ຕໍ່ກັບການເຄື່ອນໄຫວດ້ານສິລະປະ-ວັດທະນະທຳ ໄລຍະແຕ່ ເດືອນ ພະຈິກ 2025 ຫາ ຕົ້ນເດືອນ ມີນາ 2026 ໂດຍ “ ບໍ່ສະໜັບສະໜູນການນໍາເຂົ້າ ສິລະປິນຈາກຕ່າງປະເທດ ເພື່ອມາຈັດງານຄອນເສີດ ຢູ່ພາຍໃນນະຄອນຫຼວງວຽງຈັນ ໃນໄລຍະໃນເດືອນ ພະຈິກ 2025 ຫາ ຕົ້ນເດືອນ ມີນາ 2026″. ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນ ມີຄວາມເປັນລະບຽບຮຽບຮ້ອຍ, ຮັກສາໄດ້ຄວາມສະຫງົບ, ປອດໄພຮອບດ້ານ, ເພື່ອອະນຸລັກ, ປົກປັກຮັກສາ, ໂຄສະນາ, ສົ່ງເສີມສິລະປະ ວັດທະນະທຳ ກໍ່ຄືຮີດຄອງປະເພນີອັນດີງາມ ຂອງຊາດ ໃນໄລຍະການສະເຫຼີມສະຫຼອງວັນສໍາຄັນ ຂອງຊາດ-ຂອງພັກ ເປັນຕົ້ນ ການສະເຫຼີມສະຫຼອງ ວັນຊາດທີ 02 ທັນວາ ຄົບຮອບ 50 ປີ ແລະ ບັ້ນດໍາເນີນກອງປະຊຸມ ໃຫຍ່ ຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII.
ດັ່ງນັ້ນ, ສະເໜີມາຍັງທ່ານ ເພື່ອຊ່ວຍຊີ້ນໍາ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຈັດຕັ້ງປະຕິບັດຕາມລະດັບ ຄາດໝາຍດ້ວຍ.
