ໄນຈີເຣຍ ເກີດເຫດການລັກພາຕົວຄັ້ງໃຫຍ່! ມີນັກຮຽນຖືກລັກພາຕົວແລ້ວຢ່າງໜ້ອຍ 300 ຄົນ
ວັນທີ 21 ພະຈິກ 2025 ທີ່ໂຮງຮຽນຄາໂຕລິກ ເຊນແມຣີ (St. Mary’s Co-Ed School) ໃນລັດໄນເຈີ ໄດ້ເກີດເຫດການລັກພາຕົວຄັ້ງໃຫຍ່ທີ່ສຸດໃນປະເທດໃນຈີເຣຍ ໂດຍມີກຸ່ມຄົນຮ້າຍໄດ້ລັກພາຕົວນັກຮຽນເພື່ອຮຽກຄ່າໄຖ່. ໃນນີ້, ມີນັກຮຽນຖືກລັກພາຕົວ 303 ຄົນ ທີ່ມີອາຍຸ 8-18 ປີ ແລະ ຄູອີກ 12 ຄົນ, ລວມເປັນ 315 ຄົນ ເຊິ່ງເປັນຈຳນວນນັກຮຽນເຄິ່ງໜຶ່ງຂອງໂຮງຮຽນ .
ຕໍ່ມາໃນວັນທີ 23 ພະຈິກ 2025, ສະມາຄົມຄຣິສຕຽນແຫ່ງໄນຈີເຣຍ (CAN) ໄດ້ຖະແຫຼງວ່າ: ມີນັກຮຽນ 50 ຄົນ ສາມາດຫຼົບໜີອອກມາໄດ້ ແລະ ກັບຄືນສູ່ຜູ້ປົກຄອງໄດ້ຢ່າງປອດໄພແລ້ວ. ແຕ່ແນວໃດກໍຕາມ, ຍັງມີນັກຮຽນປະມານ 253 ຄົນ ພ້ອມຄູ-ອາຈານອີກ 12 ຄົນ ທີ່ຍັງຖືກຈັບຕົວຢູ່ກັບກຸ່ມໂຈນລັກພາຕົວ.
ທ່ານ ໂມຮຳເໝັດ ອຸມານ ບາໂກ ຜູ້ວ່າການລັດໄນເຈີ ໄດ້ປະກາດ ປິດໂຮງຮຽນທັງໝົດໃນລັດ, ແລະ ກະຊວງສຶກສາທິການແຫ່ງຊາດ ກໍໄດ້ສັ່ງປິດໂຮງຮຽນປະຈຳອີກ 47 ແຫ່ງ ທົ່ວປະເທດເພື່ອປ້ອງກັນເຫດ. ນອກຈາກນີ້, ທ່ານ ໂບລາ ຕິນູບູ ປະທານາທິບໍດີໄນຈີເຣຍ ກໍໄດ້ ຍົກເລີກພາລະກິດສາກົນ ເຊັ່ນ: ການເຂົ້າຮ່ວມກອງປະຊຸມ G20 ເພື່ອມາແກ້ໄຂວິກິດການນີ້ໂດຍກົງ.
ໄລຍະຜ່ານມາ, ຫຼາຍພື້ນທີ່ໃນໄນຈີເຣຍໄດ້ປະເຊີນໜ້າກັບບັນຫາ ການລັກພາຕົວເພື່ອຮຽກຄ່າໄຖ່ ຢ່າງໜັກໜ່ວງ ເຊິ່ງລັດຖະບານໄດ້ມີຄຳສັ່ງໃຫ້ປະຊາຊົນ ຫ້າມຈ່າຍຄ່າໄຖ່ໂດຍເດັດຂາດ ເພື່ອຢຸດຕິການສະໜັບສະໜູນເງິນທຶນທີ່ຈະຊ່ວຍຈຸນເຈືອແກ໊ງອາຊະຍາກຳ. ເຖິງແນວໃດກໍຕາມ, ເຫດການລັກພາຕົວໝູ່ນັກຮຽນທີ່ເກີດຂຶ້ນໃນວັນທີ 21 ພະຈິກນັ້ນ ນັບເປັນ ການລັກພາຕົວ ຄັ້ງທີ 3 ພາຍໃນໄລຍະເວລາໜຶ່ງອາທິດ.
