ປກສ ນະຄອນຫລວງ ກຽມພ້ອມຮອບດ້ານ ປ້ອງກັນໃນງານສະຫລອງວັນຊາດ ທີ 2 ທັນວາ
ໃນໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງໃນ ມໍ່ໆມານີ້, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ໄດ້ກຽມຄວາມພ້ອມຮອບ ດ້ານ ໂດຍໄດ້ກຽມກຳລັງພົນ 900 ກວ່າຄົນ ເພື່ອປະຈໍາຢູ່ແຕ່ລະຈຸດ ຮັກສາຄວາມສະຫງົບປອດໄພ ເພື່ອເຮັດໃຫ້ການສະເຫລີມສະຫລອງວັນຊາດທີ 2 ທັນວາ ດໍາເນີນໄປຢ່າງໂລ່ງລ່ຽນ ແລະ ສໍາເລັດຕາມ ເປົ້າໝາຍ.
ທ່ານ ພົຈວ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນ ຫລວງວຽງຈັນ ວ່າ: ໃນໄລຍະສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ທີ່ຈະມາເຖິງໃນມໍ່ໆມານີ້, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ໄດ້ຈັດກຽມກຳລັງ 900 ກວ່າຄົນ ສົມທົບກັບກຳລັງຂອງກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ເພື່ອຮັກສາຄວາມສະຫງົບປອດໄພ ໂດຍຈະແບ່ງກຳລັງປະຈຳຢູ່ແຕ່ລະຈຸດສຳ ຄັນຕ່າງໆ. ພ້ອມນີ້, ຍັງໄດ້ເນັ້ນໃຫ້ກຳລັງ ປກສ ທີ່ປະຈຳຢູ່ບ້ານ, ກຸ່ມບ້ານ ລົງເລິກນຳບັນດາບ້ານ ເຮັດບົດບັນທຶກສັນຍາຄອບຄົວ ເພື່ອຮັບປະກັນຄວາມສະຫງົບ ຢູ່ໃນຂົງເຂດຄວາມຮັບຜິດຊອບບ້ານຂອງຕົນເອງ, ພ້ອມທັງມີການກວດກາ ການພັກເຊົາຂອງພົນລະເມືອງລາວ, ລວມເຖິງຊາວຕ່າງປະເທດ ທີ່ມາພັກເຊົາ ຢູ່ພາຍໃນບ້ານ ເພື່ອຕິດຕາມກຳໄດ້ບຸກຄົນ ແລະ ອື່ນໆ. ທັງນີ້, ກໍເພື່ອແນໃສ່ປ້ອງກັນຄວາມສະຫງົບ ຢູ່ພາຍໃນບ້ານ, ເມືອງ ກໍຄື ນະຄອນຫລວງວຽງຈັນ ໃຫ້ມີຄວາມສະຫງົບປອດໄພ ໂດຍພື້ນ ຖານ ເພື່ອປະກອບສ່ວນເຮັດໃຫ້ການສະເຫລີມສະຫລອງວັນຊາດ ທີ 2 ທັນວາ ມີບັນຍາກາດຟົດຟື້ນ ຮັກສາໄດ້ຄວາມສະຫງົບປອດໄພ.
ທ່ານ ພົຈວ ບົວພັນ ຟອງມະນີ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ-ຕໍາຫລວດ, ພະນັກງານ-ລັດຖະກອນ ໃຫ້ພ້ອມກັນເປັນເຈົ້າການເຮັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບຮ່ວມກັນ, ພ້ອມທັງໃຫ້ມີສະຕິປ້ອງກັນຕົວເອງ, ສິ່ງສຳຄັນການທີ່ຈະເດີນທາງໄປມາທາງໃດ ກໍໃຫ້ຮັບປະກັນຄວາມປອດໄພຂອງຕົນເອງ ໂດຍພື້ນຖານ, ໃຫ້ມີສະຕິເຄົາລົບຕໍ່ລະບຽບກົດໝາຍ ຂອງບ້ານເມືອງ ກໍຄື ຂອງ ພັກ, ລັດ ວາງອອກຢ່າງເຄັ່ງຄັດ. ທັງນີ້, ແນໃສ່ເຮັດໃຫ້ການສະເຫລີມສະຫລອງວັນຊາດ ທີ 2 ທັນວາ 2025 ທີ່ຈະມາເຖິງໃນມໍ່ໆນີ້, ດຳ ເນີນໄປດ້ວຍຜົນສຳເລັດອັນຈົບງາມ, ຮັກສາໄດ້ຄວາມສະຫງົບ, ປອດໄພ.
