ທະນາຄານ ແຫ່ງ ສປປ ລາວ ເຫັນດີປັບຫຼຸດອັດຕາດອກເບ້ຍພື້ນຖານ 0.5% ຈາກ 9% ຕໍ່ປີ ເປັນ 8.5% ຕໍ່ປີ

ວັນທີ 20 ພະຈິກ 2025, ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ IV ປະຈຳປີ 2025 ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການ ທຫລ, ປະທານຄະນະກຳມະການນະໂຍບາຍເງິນຕາ, ມີຮອງປະທານ, ກຳມະການ, ຄະນະຜູ້ວ່າການ ທຫລ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ແມ່ນເພື່ອປະເມີນຜົນການຈັດຕັ້ງປະຕິບັດມະຕິຂອງ ຄະນະກຳມະການນະໂຍບາຍ ເງິນຕາ ຄັ້ງທີ III ປະຈຳປີ 2025, ຜົນການຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍເງິນຕາ ແລະ ທິດທາງການ ດໍາເນີນນະໂຍບາຍເງິນຕາໃນຕໍ່ໜ້າຂອງ ທຫລ. ຜ່ານການລາຍງານການປະຕິບັດນະໂຍບາຍ ຄະນະກຳມະການນະໂຍບາຍເງິນຕາ ຫຼື Monetary Policy Committee (MPC) ເຫັນວ່າ: ໃນໄລຍະ 10 ເດືອນ ປີ 2025 ສະພາບເສດຖະກິດຂອງ ສປປ ລາວ ຍັງສືບຕໍ່ປະເຊີນໜ້າກັບຄວາມສ່ຽງຫຼາຍດ້ານ ເປັນຕົ້ນແມ່ນ ການຂະຫຍາຍຕົວຂອງເສດຖະກິດສາກົນທີ່ຄາດວ່າຈະຊ້າລົງ, ການປັບຫຼຸດອັດຕາດອກເບ້ຍນະໂຍບາຍຂອງບັນດາທະນາຄານກາງໃນພາກພື້ນ ແລະ ສາກົນ, ຄວາມຜັນຜວນຂອງອັດຕາແລກປ່ຽນ, ຄວາມຕ້ອງການເງິນຕາຕ່າງປະເທດ ເພື່ອຊໍາລະໜີ້ສິນຕໍ່ຕ່າງປະເທດຍັງສູງ, ພື້ນຖານເສດຖະກິດພາຍໃນຍັງບໍ່ເຂັ້ມແຂງ, ສະພາບຄ່ອງຂອງທະນາຄານທຸລະກິດ ແລະ ການສະໜອງສິນເຊື່ອຂອງລະບົບທະນາຄານ ຍັງບໍ່ສະທ້ອນໃຫ້ເຫັນເຖິງຄວາມເຂັ້ມແຂງຂອງການຜະລິດພາຍໃນ, ພ້ອມດຽວກັນນັ້ນ ສິນເຊື່ອຍັງມີທ່າອ່ຽງຂະຫຍາຍຕົວຊ້າ. ເຖິງແມ່ນວ່າຈະມີຄວາມທ້າທາຍທັງຈາກພາຍໃນ ແລະ ພາຍນອກ ກໍຕາມ ແຕ່ທ່າອ່ຽງອັດຕາເງິນເຟີ້ ໃນໄຕມາດ 4 ຍັງຄາດວ່າຈະຢູ່ໃນລະດັບຕໍ່າ ປະມານ 5%.

ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາໃຫ້ໝັ້ນທ່ຽງ, ຄະນະກໍາມະການນະໂຍບາຍເງິນຕາ ຈຶ່ງເຫັນດີຮັບຮອງເອົາທິດທາງ ແລະ ມາດຕະການໃນການດໍາເນີນນະໂຍບາຍເງິນຕາໃນຕໍ່ໜ້າ ດັ່ງນີ້:

1. ປັບຫຼຸດອັດຕາດອກເບ້ຍພື້ນຖານຂອງ ທຫລ ໄລຍະ 7 ວັນ ໂດຍປັບຫຼຸດ 0.5% ຈາກເບື້ອງຕົ້ນ 9% ຕໍ່ປີ ມາເປັນ 8.5% ຕໍ່ປີ;

2. ເຫັນດີຕໍ່ທິດທາງແຜນການດໍາເນີນວຽກງານນະໂຍບາຍເງິນຕາ ປະຈໍາປີ 2026, ໃນນີ້ ຈະສືບຕໍ່ດໍາເນີນນະໂຍບາຍເງິນຕາແບບປະສົມ ໂດຍການທົບທວນ ແລະ ປັບປຸງກົນໄກຂອງບັນດາເຄື່ອງມືນະໂຍບາຍເງິນຕາ ເປັນຕົ້ນ ອັດຕາດອກເບ້ຍພື້ນຖານຂອງ ທຫລ, ອັດຕາສ່ວນເງິນແຮຝາກບັງຄັບ; ສືບຕໍ່ອອກ ແລະ ຈໍາໜ່າຍພັນທະບັດໄລຍະສັ້ນຂອງ ທຫລ ໃຫ້ສອດຄ່ອງຕາມສະພາບເສດຖະກິດຕົວຈິງ; ພ້ອມນີ້, ຈະສືບຕໍ່ດໍາເນີນນະໂຍບາຍອັດຕາແລກປ່ຽນ ຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ໂດຍສືບຕໍ່ຮັກສາຂອບອັດຕາແລກປ່ຽນຂອງທະນາຄານທຸລະກິດໃນລະດັບ ±6.5% ແລະ ກໍານົດອັດຕາແລກປ່ຽນອ້າງອີງປະຈໍາວັນຂອງທະນາຄານທຸລະກິດໃຫ້ມີຄວາມຍືດຍຸ່ນຂຶ້ນ ແລະ ຮັກສາໄດ້ສະຖຽນລະພາບຄ່າເງິນກີບໃຫ້ໝັ້ນທ່ຽງ, ພ້ອມທັງຕິດຕາມການເໜັງຕີງຂອງອັດຕາແລກປ່ຽນແຕ່ລະໄລຍະ ເພື່ອບໍ່ໃຫ້ກະທົບຕໍ່ອັດຕາເງິນເຟີ້;

3. ຮັບຮອງການຈັດກອງປະຊຸມຄະນະກໍາມະການນະໂຍບາຍເງິນຕາ ຂອງສະພາບໍລິຫານຂອງທະນາຄານແຫ່ງ ສປປ ລາວ ປະຈໍາປີ 2026 ຈໍານວນ 4 ຄັ້ງ ຊຶ່ງກອງປະຊຸມແຕ່ລະຄັ້ງ, ພາກສ່ວນກ່ຽວຂ້ອງຈະຕ້ອງລາຍງານຕິດພັນກັບມາດຕະການຄຸ້ມຄອງລາຄາສິນຄ້າ, ມາດຕະການຍົກເວັ້ນພາສີອາກອນ ແລະ ການແກ້ໄຂບັນຫາສິນຄ້ານອກລະບົບ ທີ່ເຮັດໃຫ້ລາຍຮັບຂອງລັດຖະບານສູນເສຍໄປ;

4. ສືບຕໍ່ປະຕິບັດການລວມສູນບັນຊີເງິນຝາກຂອງລັດຖະບານ ໂດຍມອບໃຫ້ກົມກ່ຽວຂ້ອງຂອງ ທຫລ ແລະ ກະຊວງການເງິນ ໃນການປະຕິບັດວຽກດັ່ງກ່າວ ໃຫ້ດີຂຶ້ນ ໂດຍສະເພາະການປະຕິບັດການໂອນເງິນພາຍໃນມື້ຖັດໄປ (T+1) ເພື່ອບໍ່ໃຫ້ເງິນຄ້າງຢູ່ບັນຊີ ທທກ ຕົວແທນ;

5. ສືບຕໍ່ປະສານສົມທົບ, ແລກປ່ຽນຂໍ້ມູນ ແລະ ດໍາເນີນນະໂຍບາຍການເງິນ-ເງິນຕາ ແລະ ມາດຕະການຄຸ້ມຄອງລາຄາສິນຄ້າ ໃຫ້ມີຄວາມຄ່ອງຕົວ ແລະ ກໍາສະພາບໄດ້ໃນແຕ່ລະໄລຍະ ເພື່ອດໍາເນີນນະໂຍບາຍໃຫ້ສອດຄ່ອງກັນ.

ທີ່ມາ: ທະນາຄານ ແຫ່ງ ສປປ ລາວ