ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະປະເມີນກອງທຶນການເງິນສາກົນ

ວັນທີ 21 ພະຈິກ 2025, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Angana Banerji, ຫົວໜ້າຄະນະປະເມີນກອງທຶນການເງິນສາກົນ (International Monetary Fund: IMF) ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 5-19 ພະຈິກ 2025.

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການປະເມີນເບື້ອງຕົ້ນ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຫົວໜ້າຄະນະປະເມີນກອງທຶນການເງິນສາກົນ ແລະ ຄະນະ ທີ່ໄດ້ຕິດຕາມການປະເມີນສະພາບເສດຖະກິດລາວຢ່າງໃກ້ຊິດ. ແລະ ສະແດງຄວາມຫວັງວ່າ IMF ຈະສືບຕໍ່ໃຫ້ການສະໜັບສະໜູນທາງດ້ານວິຊາການແກ່ທະນາຄານແຫ່ງ ສປປ ລາວ ກໍ່ຄືຂະແໜງການກ່ຽວຂ້ອງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດພັນທະຂອງລາວໃນຖານະປະເທດສະມາຊິກໃຫ້ມີປະສິດທິຜົນສູງ.

ໃນຂະນະດຽວກັນ, ທ່ານ ນາງ Angana Banerji ໄດ້ລາຍງານຜົນການປະເມີນເບື້ອງຕົ້ນ ສະພາບເສດ ຖະກິດຂອງ ສປປ ລາວ ໃນປີ 2025 ຊຶ່ງເຫັນວ່າສະພາບເສດຖະກິດໂດຍລວມຂອງ ສປປ ລາວ ແມ່ນຢູ່ໃນ ທິດທາງທີ່ດີຂຶ້ນຫຼາຍດ້ານ ເມື່ອທຽບກັບຄັ້ງຜ່ານມາ. ນີ້ແມ່ນຍ້ອນຄວາມເອົາໃຈໃສ່ຂອງລັດຖະບານໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ໃນສົກ 2025-2026, IMF ຄາດຄະເນວ່າ ການພັດທະນາເສດຖະກິດ ຂອງ ສປປ ລາວ ຈະມີທ່າອ່ຽງຂະຫຍາຍຕົວທີ່ເຂັ້ມເເຂງ ອັນເນື່ອງມາຈາກທ່າແຮງດ້ານຕ່າງໆ ເປັນຕົ້ນ ການສົ່ງອອກພະລັງງານໄຟຟ້າທີ່ເພີ່ມຂຶ້ນ, ການທ່ອງທ່ຽວໄດ້ຮັບການຟື້ນຟູ, ການຫຼັ່ງໄຫຼເຂົ້າຂອງກະແສທຶນເພີ່ມຂຶ້ນ ຂອງການລົງທຶນໂດຍກົງຈາກຕ່າງປະເທດຢ່າງຕໍ່ເນື່ອງ.

ທີ່ມາ: ກົມປະຊາສໍາພັນ ຫສນຍ