ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມປຶກສາຫາລືລັດຖະມົນຕີ ອີຢູ ແລະ ອິນໂດ-ປາຊີຟິກ ຄັ້ງທີ 4

ວັນທີ 21 ພະຈິກ 2025 ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ນໍາພາຄະນະເຂົ້າຮ່ວມ ກອງປະຊຸມປຶກສາຫາລື ລັດຖະມົນຕີ ອີຢູ ອິນໂດ-ປາຊີຟິກ(EU Indo-Pacific Ministerial Forum) ຄັ້ງທີ 4 ໂດຍການເປັນປະທານຂອງທ່ານ ນາງ Kaja Kallas, ຮອງປະທານກໍາມາທິການ, ຜູ້ຕາງໜ້າລະດັບສູງດ້ານນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ອີຢູ ມີ ລັດຖະມົນຕີຕ່າງປະເທດ ແລະ ຜູ້ຕາງໜ້າ 64 ປະເທດ ຈາກອາຊຽນ, ອິນໂດ-ປາຊີຟິກ ແລະ ອີຢູ

ກອງປະຊຸມ ໄດ້ຮ່ວມກັນປຶກສາຫາລືປິ່ນອ້ອມ 3 ຫົວຂໍ້ຄື: ບູລິມະສິດດ້ານຄວາມໝັ້ນຄົງ ທ່າມກາງການປ່ຽນແປງຂອງພູມສາດການເມືອງໃນປັດຈຸບັນ,ຄວາມສົມບູນພູນສຸກຮ່ວມກັນ, ຄວາມໝັ້ນຄົງດ້ານເສດຖະກິດ ແລະ ການເຊື່ອມຈອດດ້ານດິຈິຕອນ ແລະ ຄວາມໝາຍໝັ້ນຮ່ວມກັນເພື່ອອະນາຄົດທີ່ສະອາດ ແລະ ຍືນຍົງ ເພື່ອເພີ່ມທະວີການຮ່ວມມື ໃນການຮັບມືກັບສິ່ງທ້າທາຍຕ່າງໆທີ່ມີຄວາມສົນໃຈ ແລະ ມີຄວາມເປັນຫ່ວງຮ່ວມກັນ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວຄໍາເຫັນໃນຫົວຂໍ້ ຄວາມໝາຍໝັ້ນຮ່ວມກັນເພື່ອອະນາຄົດທີ່ສະອາດ ແລະ ຍືນຍົງ, ໂດຍເນັ້ນໜັກບາງຈຸດຄື ການເພີ່ມທະວີການຮ່ວມມືເພື່ອການຫັນປ່ຽນສີຂຽວແບບຍືນຍົງ, ການຫຼຸດຜ່ອນການປ່ອຍກາກບ່ອນ, ແລະ ການເພີ່ມທະວີຄວາມເຂັ້ມແຂງເພື່ອຮັບມືກັບການປ່ຽນແປງສະພາບດິນຟ້າອາກາດໂດຍສອດຄ່ອງກັບເປົ້າໝາຍ ແລະ ວາລະການພັດທະນາແບບຍືນຍົງ 2030 ຂອງອົງການສະຫະປະຊາຊາດ.

ກອງປະຊຸມ ປຶກສາຫາລື ລັດຖະມົນຕີ ອີຢູ ອິນໂດ-ປາຊີຟິກ ເປັນເວທີປຶກສາຫາລືລະດັບສູງທີ່ມີຄວາມສໍາຄັນ ແລະ ໄດ້ຈັດຂຶ້ນທຸກປີ ນັບແຕ່ປີ 2022 ເປັນຕົ້ນມາ.