ຄົນທໍາອິດຂອງໂລກ ຊາຍຊາວອາເມລິກາເສຍຊີວິດຫລັງຕິດເຊື້ອໄຂ້ຫວັດສັດປີກ ສາຍພັນ H5N5

                  ເຈົ້າໜ້າທີ່ສາທາລະນະສຸກຂອງລັດວໍຊິງຕັນເປີດເຜີຍວ່າ: ຊາຍຊາວວໍຊິງຕັນຄົນໜຶ່ງເສຍຊີວິດຫລັງຈາກຕິດເຊື້ອໄຂ້ຫວັດສັດປີກສາຍພັນຫາຍາກ H5N5 ເຊິ່ງກ່ອນໜ້ານີ້ມີລາຍງານພົບສະເພາະໃນສັດເທົ່ານັ້ນ. ຖືເປັນມະນຸດຄົນທໍາອິດຂອງໂລກທີ່ຕິດເຊື້ອ ແລະ ເສຍຊີວິດຈາກໄວຣັສສາຍພັນດັ່ງກ່າວ ແລະ ເປັນຜູ້ເສຍຊີວິດຈາກໄວຣັສໄຂ້ຫວັດສັດປີກຄົນທີສອງຢູ່ອາເມລິກາປີນີ້.

                  ຖະແຫລງການຈາກກະຊວງສາທາລະນະສຸກຂອງລັດວໍຊິງຕັນໃນວັນທີ 21 ພະຈິກ ລະບຸເຖິງຜູ້ຕິດເຊື້ອຄົນນີ້ພຽງວ່າ: ເປັນຜູ້ສູງອາຍຸທີ່ມີພະຍາດປະຈໍາຕົວ ແລະ ເຂົ້າຮັບການປິ່ນປົວຢູ່ໂຮງໝໍນັບແຕ່ຕົ້ນເດືອນພະຈິກນີ້ ໂດຍຜົນການກວດວິເຄາະຂອງມະຫາວິທະຍາໄລວໍຊິງຕັນຢືນຢັນວ່າ: ຜູ້ຕິດເຊື້ອໄຂ້ຫວັດສັດປີກສາຍພັນ H5N5.

               ກະຊວງສາທາລະນະສຸກຂອງລັດວໍຊິງຕັນລະບຸໃນຖະແຫລງການອີກວ່າ: ກໍລະນີທີ່ເກີດຂຶ້ນນີ້ຖືເປັນການຕິດເຊື້ອສາຍພັນ H5N5 ໃນມະນຸດເປັນຄົນທໍາອິດຂອງໂລກ ເຊິ່ງຜົນການກວດດັ່ງກ່າວໄດ້ຮັບການຢືນຢັນໂດຍສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງອາເມລິກາ (CDC) ແລ້ວ.

               ເຖິງຢ່າງໃດກໍດີ, CDC ລະບຸວ່າ: ຄວາມສ່ຽງທີ່ເຊື້ອດັ່ງກ່າວຈະແຜ່ກະຈາຍໃນປະຊາຊົນທົ່ວໄປຍັງຢູ່ໃນລະດັບຕໍ່າ ແລະ ຜົນກວດບໍ່ພົບຜູ້ກ່ຽວຂ້ອງຄົນອື່ນຕິດເຊື້ອໄຂ້ຫວັດສັດປີກ. ພ້ອມຢືນຢັນວ່າ: “ບໍ່ມີຫລັກຖານວ່າໄວຣັສຊະນິດນີ້ແຜ່ລະບາດລະຫວ່າງມະນຸດນໍາກັນ”.

                ເຈົ້າໜ້າທີ່ເຊື່ອວ່າ: ຜູ້ຕິດເຊື້ອໄດ້ຮັບເຊື້ອຈາກການສໍາຜັດກັບນົກໃນປະເທດຫລາກຫລາຍຊະນິດທີ່ລ້ຽງໄວ້ໃນສວນຫລັງບ້ານຂອງຕົນເອງ.

                ທັງນີ້, ນັບແຕ່ຕົ້ນປີນີ້ CDC ຢືນຢັນພົບການຕິດເຊື້ອໄຂ້ຫວັດສັດປີກໃນມະນຸດທັງໝົດ 70 ກວ່າຄົນ ແລະ ມີຜູ້ເສຍຊີວິດ 1 ຄົນກ່ອນໜ້ານີ້ ຈາກການຕິດເຊື້ອໄຂ້ຫວັດສັດປີກສາຍພັນ H5N1 ໃນລັດລຸຍເຊຍນາເດືອນມັງກອນ.

                ຂະນະທີ່ອົງການອະນາໄມໂລກ (WHO) ຢືນຢັນກໍລະນີການຕິດເຊື້ອໄຂ້ຫວັດສັດປີກໃນມະນຸດຫລາຍກວ່າ 1,000 ຄົນໃນ 25 ປະເທດນັບແຕ່ປີ 2003 ເປັນຕົ້ນມາ ເຊິ່ງຕົວເລກນີ້ຄວບຄຸມເຊື້ອໄຂ້ຫວັດສັດປີກທຸກສາຍພັນ.