ປິດກອງປະຊຸມ G20 ເຖິງວ່າບໍ່ມີອເມລິກາ ເນັ້ນບັນຫາໂລກເດືອດ-ຄວາມເທົ່າທຽມ-ສົງຄາມ
ທ່ານ ໄຊຣິລ ຣາມາໂຟຊາ ປະທານາທິບໍດີອາຟຣິກາໃຕ້ ປິດກອງປະຊຸມ G20 ວ່າ: ເປັນຄວາມຕັ້ງໃຈຄັ້ງໃໝ່ຕໍ່ການຮ່ວມມືພະຫຸພາຄີ ເຖິງວ່າທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ຂວໍ້າບາດກອງປະຊຸມຄັ້ງນີ້ ດ້ວຍການບໍ່ເດີນທາງ ຫລື ສົ່ງຜູ້ແທນມາເຂົ້າຮ່ວມ ໂດຍອ້າງເຖິງຂໍ້ຫາລະເມີດສິດທິມະນຸດຄົນຜິວຂາວ.
ກອງປະຊຸມ G20 ປະຈໍາປີ 2025 ຈັດຂຶ້ນຢູ່ເມືອງໂຈຮັນເນສເບິກ ປະເທດອາຟຣິກາໃຕ້ ນັບແຕ່ວັນທີ 22-23 ພະຈິກ ເຊິ່ງເປັນຄັ້ງທໍາອິດໃນປະຫວັດສາດ ທີ່ກອງປະຊຸມດັ່ງກ່າວເກີດຂຶ້ນໃນທະວີບອາຟຣິກາ ໂດຍທ່ານ ຣາມາໂຟຊາ ກ່າວສູນທອນພົດປິດທ້າຍວ່າ: ທຸກປະເທດພົບກັນທ່າມກາງຄວາມຍາກລໍາບາກ ເຊິ່ງສະແດງໃຫ້ເຫັນເຖິງການຮ່ວມມືກັນ ເພື່ອມຸ້ງສູ່ການສ້າງໂລກທີ່ດີກວ່າ.
ຖະແຫລງການຮ່ວມກັນຂອງ G20 ຄືການເນັ້ນບັນຫາການປ່ຽນແປງທາງສະພາບອາກາດ, ຄວາມເທົ່າທຽມທາງເພດ ແລະ ສົງຄາມຄວາມຂັດແຍ່ງ ໂດຍລະບຸວ່າ: “ທຸກປະເທດຈະເຮັດວຽກເພື່ອສັນຕິພາບທີ່ຍຸຕິທໍາ, ຄວບຄຸມ ແລະ ຍືນຍົງ ທັງຢູ່ຊູດັງ, ຄອງໂກ, ດິນແດນປາແລັສຕິນທີ່ຖືກຢຶດຄອງ, ອູແກຣນ ຕະຫລອດຈົນຢຸດຄວາມຂັດແຍ່ງ ແລະ ສົງຄາມອື່ນໆທົ່ວໂລກ”.
ເຖິງຢ່າງໃດກໍດີ, ອີກໜຶ່ງສິ່ງໃນກອງປະຊຸມ G20 ຄັ້ງນີ້ ຢູ່ທີ່ການຂວໍ້າບາດຂອງອາເມລິກາ ພາຍຫລັງທ່ານ ທຣໍາ ປະກາດວ່າ: ທ່ານຈະບໍ່ເດີນທາງໄປຮ່ວມ ຫລື ສົ່ງຜູ້ແທນຄົນໃດໄປກອງປະຊຸມ ເພື່ອຕອບໂຕ້ກໍລະນີລັດຖະບານອາຟຣິກາໃຕ້ລະເມີດສິດທິມະນຸດຄົນຜິວຂາວ ຫລື ກຸ່ມອາຟຣິກາເນີ (Afrikaners) ເຊິ່ງເປັນຂໍ້ຂັດແຍ່ງທີ່ຫລາຍຝ່າຍເບິ່ງວ່າ: ບໍ່ມີມູນຄວາມຈິງ.
ເຖິງວ່າທ່ານ ຣາມາໂຟຊາ ຈະກ່າວເຖິງອາເມລິກາໃນໄລຍະທ້າຍໃນຖານະເຈົ້າພາບກອງປະຊຸມປີ 2026 ເຊິ່ງຈະຈັດຂຶ້ນຢູ່ລັດຟໍຣິດາ, ແຕ່ທາງທໍານຽບຂາວວິຈານວ່າ: ອາຟຣິກາໃຕ້ “ບໍ່ສົ່ງຕໍ່” ວາລະການເປັນປະທານໃຫ້ອາເມລິກາ ດ້ວຍການປະຕິເສດຂໍ້ສະເໜີຂອງອາເມລິກາທີ່ຈະສົ່ງເຈົ້າໜ້າທີ່ຈາກສະຖານທູດ “ລະດັບຮອງ” ມາເຂົ້າຮ່ວມພິທີ ແທນທີ່ຈະເປັນລະດັບເອກອັກຄະລັດຖະທູດ.
ຂະນະທີ່ທ່ານ ໂຣນັລ ລາໂມລາ (Ronald Lamola) ລັດຖະມົນຕີກະຊວງການຕ່າງປະເທດອາຟຣິກາໃຕ້ ໃຫ້ສໍາພາດຕໍ່ສື່ວ່າ: ທາງການໄດ້ສົ່ງມອບໃຫ້ແລ້ວ ຖືວ່າທຸກຢ່າງເປັນອັນຈົບ ແລະ ຂຶ້ນຢູ່ກັບອາເມລິກາ ຖ້າຜູ້ແທນຢາກມາ ອາຟຣິກາໃຕ້ພ້ອມຍິນດີຕ້ອນຮັບສະເໝີ.
ອ້າງອີງ:
- https://www.reuters.com/world/africa/south-africa-says-g20-summit-outcome-renews-commitment-multilateralism-2025-11-23/
- https://www.theguardian.com/world/2025/nov/23/cyril-ramaphosa-gavel-g20-summit-us-handover
- https://www.reuters.com/sustainability/climate-energy/g20-leaders-meet-south-africa-seeking-agreement-despite-us-boycott-2025-11-22/
