ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ສຳພາດ ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງ ການສະຖາປະນາ ສປປ ລາວ ແລະ ວັນຄ້າຍວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ
ວັນທີ 20 ພະຈິກ 2025 ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງ ການສະຖາປະນາ ສປປ ລາວ ແລະ ວັນຄ້າຍວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ເຊິ່ງ ທ່ານ ໄດ້ມີຄຳເຫັນກ່ຽວກັບການສຳພາດ ໃນ 4 ຫົວຂໍ້ດັ່ງນີ້:
I. ທ່ານໃຫ້ທັດສະນະໂດຍຫຍໍ້ ກ່ຽວກັບຄວາມໝາຍສໍາຄັນຄື ຂອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ວັນທີ 2 ທັນວາ 1975 ແມ່ນວັນປະຫວັດສາດທີ່ຍິ່ງໃຫຍ່ທີ່ສຸດຂອງຊາດລາວ, ເຊິ່ງເປັນການສິ້ນສຸດການປົກຄອງຂອງລະບອບເກົ່າ ແລະ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເປັນວັນທີ່ມີຄວາມໝາຍສຳຄັນຢ່າງເລິກເຊິ່ງ, ເປັນການຢືນຢັນເຖິງໄຊຊະນະອັນສະຫງ່າລາສີຂອງການຕໍ່ສູ້ອັນຍາວນານ, ເດັດດ່ຽວໜຽວແໜ້ນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ເພື່ອປົດປ່ອຍປະເທດຊາດ, ນຳເອົາເອກະລາດ, ອິດສະຫຼະພາບ ແລະ ສັນຕິພາບມາສູ່ປະຊາຊົນລາວບັນດາເຜົ່າຢ່າງສົມບູນ. ໃນຕະຫຼອດ 5 ທົດສະວັດທີ່ຜ່ານມາ, ສປປ ລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດຢ່າງບໍ່ຢຸດຢັ້ງ 50 ປີນີ້ ແມ່ນການຢັ້ງຢືນເຖິງຄວາມຖືກຕ້ອງຂອງແນວທາງການປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນເປັນກ້າວໆ. ນໍ້າໃຈວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໄດ້ເປັນສັນຍາລັກ ສະແດງເຖິງຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນ, ຄວາມເປັນເຈົ້າການໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕາມຈຸດໝາຍສັງຄົມນິຍົມ, ແລະ ການເຊີດຊູຖານະບົດບາດຂອງ ສປປ ລາວ ໃນເວທີສາກົນແມ່ນນັບມື້ນັບສູງເດັ່ນຂຶ້ນ. ນອກຈາກນີ້, ຍັງເປັນຂີດໝາຍທີ່ສຳຄັນໃນການທົບທວນຄືນຜົນສຳເລັດທີ່ຍາດມາໄດ້ ແລະ ກຳນົດທິດທາງໃນຕໍ່ໜ້າ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
II. ທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນ 5 ປີ ຜ່ານມາ ຂອງອົງການໄອຍະການປະຊາຊົນ
ໃນໄລຍະ 5 ປີ (2021-2025) ຜ່ານມາ ອົງການໄອຍະການປະຊາຊົນສູງສຸດ ໄດ້ເອົາ ໃຈໃສ່ ນໍາພາ-ຊີ້ນໍາ ອົງການໄອຍະການປະຊາຊົນ ແຕ່ລະຂັ້ນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ,ມະຕິກອງປະຊຸມໃຫຍ່ ສະມາຊິິກພັກ ຄັ້ງທີV ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ ກໍຄື ແຜນພັດທະນາວຽກງານໄອຍະການປະຊາຊົນ 5 ປີ (2021-2025) ຊຶ່ງປະກອບມີ 6 ແຜນງານ, 25 ໂຄງການ ແລະ 94 ກິດຈະກໍາ ມີຜົນສໍາເລັດຫຼາຍດ້ານພົ້ນເດັ່ນ ແຕ່ຂ້າພະເຈົ້າຂໍຍົກໃຫ້ເຫັນ 6 ດ້ານດັ່ງນີ້:
1. ວຽກງານການເມືອງ-ແນວຄິດ
ຄະນະພັກ-ຄະນະນໍາອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ແຕ່ລະຂັ້ນ ຖືວຽກງານການເມືອງແນວຄິດເປັນກົກ ແລະ ໄດ້ເຮັດ ເປັນປົກກະຕິ ໂດຍໄດ້ຈັດຕັ້ງການ ເຊື່ອມຊຶມ ແລະ ເຜີຍແຜ່ເອກະສານສໍາຄັນຂອງພັກ, ຂອງຊາດ, ການປາຖະກະຖາຕ່າງໆ ແນໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ສ່ວນຫຼາຍມີແນວຄິດການເມືອງໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ, ມີນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມສັດຊື່, ບໍລິສຸດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕີຖອຍປະກົດການຫຍໍ້ທໍ້ຕ່າງໆ, ມີຄວາມຫ້າວຫັນ ແລະ ເປັນເຈົ້າການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍດ້ວຍຜົນສໍາເລັດເປັນຢ່າງດີ.
2. ການປັບປຸງກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນ:
ກົງຈັກການຈັດຕັ້ງທັງ ສູນກາງ ແລະ ທ້ອງຖິ່ນ ໄດ້ຮັບການປັບປຸງເປັນລະບົບຄົບຊຸດ ໄດ້ສ້າງຕັ້ງອົງການໄອຍະການປະຊາຊົນເຂດ ຈໍານວນ 4 ແຫ່ງ ປັດຈຸບັນມີ 48 ເຂດ, ແຕ່ງຕັ້ງພະນັກງານເຂດ ໄປປະຈໍາຢູ່ເມືອງ ໄດ້ 26 ເມືອງ, ໄດ້ເຫັນເອົາພະນັກງານໄປປະຈໍາຢູ່ອົງການໄອຍະການປະຊາຊົນທ້ອງຖິ່ນ 106 ທ່ານ, ຍິງ 31 ທ່ານ. ໄດ້ສ້າງຫ້ອງໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ ເພື່ອອໍານວຍຄວາມສະດວກ ໃຫ້ປະຊາຊົນໄດ້ເຂົ້າເຖິງ ບໍລິການທາງດ້ານກົດໝາຍ ແລະ ຂະບວນການຍຸຕິທໍາຫຼາຍຂຶ້ນ;
ບຸກຄະລາກອນ ໄດ້ຍົກລະດັບທາງດ້ານຄວາມຮູ້, ຄວາມສາມາດໃນວຽກງານວິຊາສະເພາະ, ວິຊາການ, ເຕັກນິກ ແລະ ພາສາຕ່າງປະເທດຢ່າງຕໍ່ເນື່ອງ ຢູ່ພາຍໃນ ແລະ ຕ່າງປະເທດ. ໄດ້ສອບເສັງເລື່ອນຂັ້ນຜູ້ຊ່ວຍພະນັກງານໄອຍະການ 249 ທ່ານ, ຍິງ 111 ທ່ານ, ພະນັກງານໄອຍະການຂັ້ນ III 332 ທ່ານ, ຍິງ 80 ທ່ານ, ພະນັກງານໄອຍະການຂັ້ນ II ຈໍານວນ 70 ທ່ານ, ຍິງ 41 ທ່ານ ແລະ ພະນັກງານໄອຍະການຂັ້ນ I ຈໍານວນ 45 ທ່ານ, ຍິງ 09 ທ່ານ.
3. ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ
ໄດ້ກວດກາການຈັດຕັ້ງປະຕິບັດມະຕິຄໍາສັ່ງ, ກົດລະບຽບຂອງພັກ, ການເງິນຂອງພັກແຕ່ລະໄລຍະ, ຄົ້ນຄ້ວາຄໍາຮ້ອງ, ຄໍາສະເໜີຕ່າງໆ ຈໍານວນ 72 ສະບັບ ແກ້ໄຂສໍາເລັດ 69 ສະບັບ ໃນນີ້ໄດ້ກວດກາ ແລະ ປະຕິບັດວິໄນຕໍ່ສະມາຊິກພັກ, ພະນັກງານ-ລັດຖະກອນ 29 ຄົນ.
4. ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ
– ໄດ້ເອົາໃຈໃສ່ຕິດຕາມກວດກາປະຕິບັດກົດໝາຍຂອງບັນດາກະຊວງອົງການ, ໃນ 5 ປີຜ່ານມາ ໄດ້ຈັດກອງປະຊຸມໃຫ້ບັນດາກະຊວງ, ອົງການ ມາລາຍງານການປະຕິບັດກົດໝາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນ ຈໍານວນ 2 ຄັ້ງ, ໄດ້ເຂົ້າຮ່ວມໜ່ວຍສະເພາະກິດຕ່າງໆ 9 ຄັ້ງ, ໄດ້ເຂົ້າຮ່ວມສ້າງນິຕິກໍາ ແລະ ຕິດຕາມກວດກາອອກນິຕິກໍາໄດ້ 38 ສະບັບ ແລະ ໄດ້ລົງຕິດຕາມຊຸກຢູ້ວຽກງານຢູ່ທ້ອງຖິ່ນ 17 ຄັ້ງ. 5 ປີຜ່ານມາ ໄດ້ຮັບຄໍາຮ້ອງຂອງປະຊາຊົນ ແລະ ຄໍາສະເໜີຂອງ ອົງການຈັດຕັ້ງຕ່າງໆ ເພື່ອໃຫ້ກວດກາການປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງບັນດາອົງການຈັດຕັ້ງ 72 ເລື່ອງ ແລະ ໄດ້ຄົ້ນຄວ້າແກ້ໄຂແລ້ວ 69 ເລື່ອງ, ພວມຄົ້ນຄວ້າ 3 ເລື່ອງ.
– ໄດ້ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ໂດຍສະເພາະ ແມ່ນວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ.
– ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ ໃນ 5 ປີ ຜ່ານມາອົງການໄອຍະການປະຊາຊົນ ສາມາດແກ້ໄຂຄະດີອາຍາໄດ້ 99,14%, ສານຕັດສີນ ເອົາຕາມຄໍາຖະແຫຼງ 96,7%, ຄະດີແພ່ງ ແກ້ໄຂໄດ້ 99.17%, ສານຕັດສີນເອົາຕາມການຖະແຫຼງ 95,77%.
– ການຕິດຕາມກວດກາການປະຕິບັດຄໍາຕັດສິນ ໄດ້ຮັບການພັດທະນາດີຂຶ້ນ, ສອງພາກສ່ວນໄດ້ມີການປະຊຸມປຶກສາຫາລື ເພື່ອຊອກຫາວິທີການແກ້ໄຂບັນຫາທີ່ຫຍຸ້ງຍາກ ໃນການປະຕິບັດຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ ເຮັດໃຫ້ການເຂົ້າເຖີງ ແລະ ສະໜອງຂໍ້ມູນໄດ້ດີຂຶ້ນ, ກ້າວສູ່ຄຸນນະພາບເທື່ອລະກ້າວ. ສາມາດເກັບຄ່າປັບໃໝເຂົ້າລັດ ແລະ ເກັບຄ່າເສຍຫາຍຊໍາລະທາງແພ່ງຈໍານວນຫຼາຍ.
– ໄດ້ເພີ່ມທະວີຕິດຕາມກວດກາການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງ-ດັດສ້າງ ໃນທົ່ວປະເທດ ໂດຍໄດ້ ເກັບກໍາສະພາບການປະຕິບັດກົດໝາຍ, ເກັບກໍາສະຖິຕິຜູ້ຖືກຫາ ແລະ ນັກໂທດ ປະຈໍາອາທິດ, ປະຈໍາເດືອນ, ມີກົນໄກປະສານສົມທົບຢ່າງກົມກຽວ ແກ້ໄຂບັນຫາທີ່ລະເມີດກົດໝາຍ ໂດຍຫັນເອົາພະນັກງານໄອຍະການໄປປະຈໍາຢູ່ຄ້າຍຄຸມຂັງ-ດັດສ້າງ. ນັກໂທດໄດ້ຮັບການສຶກສາອົບຮົມ ແລະ ໄດ້ຮັບການອະໄພຍະໂທດ ຈໍານວນ 8.500 ກວ່າຄົນ.
– ໄດ້ສໍາເລັດການສ້າງ ແລະ ປັບປຸງ ກົດໝາຍວ່າດ້ວຍ ໄອຍະການທະຫານ ສະບັບປີ 2022, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປີ 2024, ກົດໝາຍວ່າດ້ວຍ ພະນັກງານໄອຍະການປະຊາຊົນ ສະບັບປີ 2025, ປັດຈຸບັນກໍາລັງປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ສໍາເລັດການສ້າງນິຕິກໍາໃຕ້ກົດໝາຍ ຈໍານວນ 96 ສະບັບ ໃນນັ້ນ ໄດ້ສ້າງບົດບັນທຶກຮ່ວມກ່ຽວກັບກົນໄກການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ 12 ສະບັບ, ຄໍາສັ່ງ-ຄໍາແນະນໍາ 84 ສະບັບ.
5. ການພົວພັນຮ່ວມມືກັບຕ່າງປະເທດ:
ໄດ້ຍົກລະດັບການພົວພັນຮ່ວມມືກັບຕ່າງປະເທດຢ່າງເປັນເຈົ້າການ ເປັນຕົ້ນແມ່ນພົວພັນຮ່ວມມືກັບ ອົງການໄອຍະການປະຊາຊົນ ສສ ຫວຽດນາມ, ສປ ຈີນ ນັບມື້ຮັດແໜ້ນ, ສູ່ລວງເລິກ ແລະ ໄດ້ຮັບຜົນສຳເລັດຕົວຈິງ. ຍົກລະດັບການພົວພັນຮ່ວມມືກັບສະຫະພັນລັດເຊຍ ແລະ ສ. ກູບາ, ບັນດາປະເທດອາຊຽນ, ພາກພື້ນ ແລະ ສາກົນ ນັບມື້ນັບກວ້າງຂວາງ ແລະ ອົງການຈັດຕັ້ງສາກົນ.
6. ການພັດທະນາພື້ນຖານໂຄງລ່າງ:
ໄດ້ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ຫັນເປັນທັນສະໄໝເທື່ອລະກ້າວ ຊຶ່ງເປັນການປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ຂຶ້ນເທື່ອລະກ້າວ.
ທັງໝົດນັ້ນສະແດງໃຫ້ເຫັນວ່າໃນ 5 ປີຜ່ານມາ ວຽກງານໄອຍະການປະຊາຊົນ ແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ມີການພັດທະນາ ແລະ ຫັນປ່ຽນໃນລະດັບໜຶ່ງ ເປັນຕົ້ນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່, ການປັບປຸງບູລະນະກົງຈັກການຈັດຕັ້ງ, ການພັດທະນາຖັນແຖວບຸກຄະລາກອນ, ການພັດທະນາພື້ນຖານໂຄງລ່າງ ສາມາດຕີລາຄາໄດ້ວ່າ 6 ແຜນງານ, 25 ໂຄງການ, 94 ກິດຈະກໍາ ທີ່ວາງໄວ້ນັ້ນ ໄດ້ສູ້ຊົນປະຕິບັດບັນລຸຕາມຄາດໝາຍເປັນສ່ວນຫຼາຍ.
III. ທ່ານໄດ້ສະແດງຄວາມຮູ້ສຶກຕໍ່ກັບຊີວິດການເຄື່ອນໄຫວການປະຕິວັດຂອງ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 105 ປີ (13/12/1920-13/12/2025)
ໃນໂອກາດວັນຄ້າຍວັນເກີດຄົບຮອບ 105 ປີ ຂອງ ປະທານ ໄກສອນ ພົມວິຫານ ນີ້. ຂ້າພະເຈົ້າ, ຂໍຕາງໜ້າຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ມີຄວາມຮູ້ສຶກເຫຼື້ອມໃສສັດທາ, ຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ຊີວິດ ແລະ ພາລະກິດການປະຕິວັດອັນຍິ່ງໃຫຍ່ຂອງ ປະທານ ໄກສອນ ພົມວິຫານ ຊຶ່ງເພິ່ນບໍ່ພຽງແຕ່ເປັນນັກຮັກຊາດຜູ້ຍິ່ງໃຫຍ່ເທົ່ານັ້ນ, ແຕ່ເພິ່ນຍັງແມ່ນຜູ້ກໍ່ຕັ້ງ, ຜູ້ນຳພາ ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ໃນການຕໍ່ສູ້ກູ້ຊາດ ແລະ ເປັນຜູ້ນໍາພາ ສະຖາປະນາ ສາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ຕະຫຼອດຊີວິດຂອງເພິ່ນແມ່ນການອຸທິດຕົນຢ່າງສົມບູນ, ຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດທີ່ແສນລຳບາກ ຈົນເຖິງພາລະກິດສ້າງສາພັດທະນາປະເທດຊາດໃນຍຸກສະໄໝໃໝ່.
ປະທານ ໄກສອນ ພົມວິຫານ ໄດ້ເປັນຜູ້ນຳສູງສຸດຂອງການປະຕິວັດລາວ, ເຊິ່ງມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ ແລະ ມີໄຫວພິບອັນແຫຼມຄົມ ໃນການວາງແນວທາງຍຸດທະສາດ ແລະ ຍຸດໂທບາຍ ເພື່ອປົດປ່ອຍປະເທດຊາດ. ພາຍໃຕ້ການນຳພາຂອງເພິ່ນ, ກອງທັບປະຊາຊົນລາວ ແລະ ປະຊາຊົນບັນດາເຜົ່າ ໄດ້ສາມັກຄີກັນຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ, ນຳມາເຊິ່ງໄຊຊະນະອັນຍິ່ງໃຫຍ່ໃນວັນທີ 2 ທັນວາ 1975. ເພິ່ນມີຄວາມສາມາດໃນການຕີລາຄາສະພາບການ, ມີຄວາມສະດຸ້ງໄວ ການກຳແໜ້ນກົດເກນການຂະຫຍາຍຕົວຂອງການປະຕິວັດ ແລະ ການຜັນຂະຫຍາຍແນວທາງຂອງພັກໃຫ້ເຂົ້າກັບຄວາມເປັນຈິງຂອງລາວ ແມ່ນຄຸນສົມບັດພິເສດທີ່ສະທ້ອນໃຫ້ເຫັນເຖິງຄວາມເປັນນັກປະຕິວັດຜູ້ດີເລີດຂອງເພິ່ນ.
ຫຼັງຈາກການປົດປ່ອຍປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ສືບຕໍ່ນຳພາພັກ, ລັດ ແລະ ປະຊາຊົນບັນດາເຜົ່າ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ. ໂດຍສະເພາະແມ່ນການລິເລີ່ມ ແລະ ນຳພາການຈັດຕັ້ງປະຕິບັດ ແນວທາງການປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ (ຈິນຕະນາການໃໝ່) ທີ່ໄດ້ເລີ່ມຂຶ້ນແຕ່ປີ 1986. ການຕັດສິນໃຈຄັ້ງປະຫວັດສາດນີ້ ສະແດງໃຫ້ເຫັນເຖິງວິໄສທັດອັນຍາວໄກ, ຄວາມກ້າຫານທາງດ້ານການເມືອງ ແລະ ຄວາມສາມາດໃນການປັບຕົວເຂົ້າກັບສະພາບການໃໝ່ຂອງໂລກ, ເພື່ອສ້າງເງື່ອນໄຂໃຫ້ປະເທດຊາດສາມາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ກ້າວໄປສູ່ການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງໃນປັດຈຸບັນ.
ປະທານ ໄກສອນ ພົມວິຫານ ໄດ້ຢຶດໝັ້ນອຸດົມການສັງຄົມນິຍົມ, ມີມານະຈິດປະຕິວັດອັນເດັດດ່ຽວໜຽວແໜ້ນ ແລະ ສຸດກົກສຸດປາຍ. ເພິ່ນໄດ້ສອນໃຫ້ພະນັກງານ ແລະ ສະມາຊິກພັກທຸກຄົນ ຕ້ອງມີຄວາມສັດຊື່ບໍລິສຸດຜຸດຜ່ອງ, ດຳລົງຊີວິດແບບລຽບງ່າຍ, ປະຢັດມັດທະຍັດ, ຫ່າງໄກຈາກປະກົດການຫຍໍ້ທໍ້ ແລະ ການສໍ້ລາດບັງຫຼວງ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຄວາມສາມັກຄີຮັກແພງຕໍ່ປະຊາຊົນລາວບັນດາເຜົ່າ ໄດ້ກາຍເປັນຄຸນສົມບັດພິເສດທີ່ເພິ່ນໄດ້ສືບຕໍ່ປະຕິບັດຕະຫຼອດຊີວິດ. ເພິ່ນໄດ້ຖືເອົາຜົນປະໂຫຍດຂອງປະຊາຊົນເປັນພື້ນຖານ, ພ້ອມທັງໄດ້ລົງຕິດຕິດແທດກັບປະຊາຊົນ ແລະ ເຂົ້າ ໃຈຊີວິດການເປັນຢູ່ຂອງປະຊາຊົນຢ່າງເລິກເຊິ່ງ. ສະນັ້ນ, ການຮຽນຮູ້ ແລະ ຕື່ນຕົວປະຕິບັດຕາມແນວຄິດ ແລະ ແບບຢ່າງອັນດີງາມຂອງເພິ່ນ ຖືເປັນພັນທະອັນສຳຄັນຂອງລຸ້ນສືບທອດ. ມູນມໍລະດົກຂອງເພິ່ນຈະຍັງຄົງເປັນແສງສະຫວ່າງນຳທາງ ແລະ ເປັນກຳລັງໃຈອັນເຂັ້ມແຂງ ໃຫ້ແກ່ການນຳພາຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນການສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ສປປ ລາວ ໃຫ້ກ້າວໄປສູ່ຄວາມວັດທະນະຖາວອນຕາມຈຸດໝາຍສັງຄົມນິຍົມຕະຫຼອດໄປ. ປະທານ ໄກສອນ ພົມວິຫານ ຈະຍັງຄົງຢູ່ໃນດວງໃຈຂອງຊາວລາວທຸກຄົນຕະຫຼອດຊົ່ວກາລະນານ.
IV. ທ່ານໄດ້ອວຍພອນການນໍາຂອງພັກ ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງ ການສະຖາປະນາ ສປປ ລາວ ແລະ ວັນຄ້າຍວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ
ເນື່ອງໃນໂອກາດສອງວັນປະຫວັດສາດອັນສຳຄັນຂອງຊາດຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ຂ້າພະເຈົ້າໃນນາມຕາງໜ້າຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ໃນຂອບເຂດທົ່ວປະເທດ ຂໍສະແດງຄວາມຈົ່ງຮັກພັກດີ ຕໍ່ພາລະກິດຂອງພັກ ແລະ ຂອງຊາດ, ຂໍສະແດງຄວາມເຄົາລົບຮັກ, ຄວາມເຊື່ອໝັ້ນ ແລະ ຮູ້ບຸນຄຸນຢ່າງສູງ ແລະ ຂໍອວຍພອນອັນປະເສີດມາຍັງ ທ່ານເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ບັນດາທ່ານການນໍາພັກ-ລັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ນຳພາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ. ພ້ອມດຽວກັນນີ້, ຂໍອວຍພອນໃຫ້ການນຳພາຂອງພັກ-ລັດ ຈົ່ງປະສົບຜົນສຳເລັດອັນຍິ່ງໃຫຍ່ໃນພາລະກິດສຳຄັນຂອງພັກ ຂອງຊາດ.
ທີ່ມາ: ອົງການໄອຍະການປະຊາຊົນສູງສຸດ
