ຖືການປ່ອນບັດເລືອກຕັ້ງ ເປັນໜ້າທີ່ການເມືອງ ເປັນພັນທະ ແລະ ຄວາມຮັບຜິດຊອບໂດຍກົງ ຂອງທຸກພາກສ່ວນ
ໂດຍ: ຜາຕຸງ 21.11.25
ຕາມການຄາດຄະເນຂອງກົມການເມືອງສູນກາງພັກ ການປ່ອນບັດເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຂຸດທີ V(2026-2030) ຈະດໍາເນີນການປ່ອນບັດເລືອກຕັ້ງໃນຕົ້ນປີ 2026 ໜ້ານີ້, ດັ່ງນັ້ນ ພັກເຮົາຈຶ່ງໄດ້ມີທັດສະນະຊີ້ນຳການເລືອກຕັ້ງໄວ້ຫຼາຍດ້ານເພື່ອເຮັດໃຫ້ໄດ້ຮັບປະສິດຕິພາບສູງສຳເລັດຕາມຄາດໝາຍ,
ພັກເຮົາໄດ້ມີ ທັດສະນະຊີ້ນຳ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V, ໂດຍເນັ້ນໃຫ້ ອົງຄະນະພັກທຸກຂັ້ນ ຕ້ອງກໍາແໜ້ນ ແລະ ປະຕິບັດຢ່າງຖືກຕ້ອງໃຫ້ຖືເອົາການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງເທື່ອນີ້ ເປັນການສືບຕໍ່ບັບປຸງບູລະນະລັດປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມ ເຂັ້ມແຂງ ແລະໜັກແໜ້ນ ຊຶ່ງເປັນການເສີມຂະຫຍາຍສິດ ປະຊາທິປະໄຕ, ສິດເປັນເຈົ້າທາງ ດ້ານການເມືອງ ຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງຕົນ ທີ່ມີມາດຕະ ຖານ, ເງື່ອນໄຂຄົບຖ້ວນ ເຂົ້າໃນອົງການອໍານາດ ແຫ່ງລັດຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ອຳນາດລັດ ຂອງພວກເຮົາ ເປັນອໍານາດ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນ ຢ່າງແທ້ຈິງ;
.ຖືເອົາການເລືອກຕັ້ງເທື່ອນີ້ ເປັນນັ້ນລູກຍູ້ການປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງລະບົບການເມືອງ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ເລືອກເຟັ້ນ, ສັບຊ້ອນ ແລະບັນຈຸ ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮັບຜິດຊອບວຽກງານຕ່າງໆ ເຮັດໃຫ້ການຈັດຕັ້ງທຸກຂັ້ນ ໃນລະບົບການເມືອງ ມີຄວາມເຂັ້ມແຂງ,ໜັກແໜ້ນ ສາມາ ປະຕິບັດໜ້າທີ່ການເມືອງ ຂອງຕົນໃນໄລຍະໃໝ່ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ;
. ຖືເອົາການເລືອກຕັ້ງເທື່ອນີ້ ເປັນໜ້າທີ່ການເມືອງ, ເປັນພັນທະ ແລະ ຄວາມ ຮັບຜິດຊອບໂດຍກົງ ຂອງທຸກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ສະມາຊິກ ພັກ, ພະນັກງານ-ລັດຖະກອນທຸກຄົນ ຊຶ່ງອົງຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີການນໍາພາ- ຊີ້ນໍາ ໃນການກະກຽມ ແລະ ດໍເນີນການເລືອກຕັ້ງ ໃຫ້ບັນລຸຜົນສໍເລັດຕາມຈຸດປະສົງ ລະດັບຄາດໝາຍທີ່ວາງໄວ້;
. ຖືເອົາການເລືອກຕັ້ງເທື່ອນີ້ ເປັນບັ້ນຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ,ສູ້ຊົນແກ້ໂຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ພັດທະນາຊົນນະບົດ ລົບລ້າງຄວາມທຸກຍາກ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂື້ນ ແລະ ຖືເອົາການເລືອກຕັ້ງເທື່ອນີ້ ເປັນບັ້ນເລີ່ມຕົ້ນໃຫ້ແກ່ການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ X ຂອງລັດ (2026-2030) ແລະ ໂຄງການ ການເມືອງ ສະບັບທີ 3 ຂອງພັກປະຊາຊົນ ປະຕິວັດລາວ(2025-2055) ແນໃສ່ ເສີມຂະຫຍາຍທຸກທ່າແຮງສັງລວມບົ່ມຊ້ອນ ຂອງ ປະເທດຊາດ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ້ສັງຄົມນິຍົມ.
ການປ່ອນບັດເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຂຸດທີ V(2026-2030) ເປັນເຫດການການເມືອງທີ່ສໍຄັນຍິ່ງ ແລະ ເປັນເຫດການທາງປະຫວັດສາດທີ່ສໍາຄັນຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈຳເປັນໃນການເສີມຂະຫຍາຍສິດ ປະຊາທິປະໄຕ ຂອງປະຊາ ຊົນ ລາວບັນດາເຜົ່າ ເພື່ອບູລະນະລະບອບປະຊາທິປະໄຕ ປະຊາຊົນ, ປັບປຸງລະບົບອໍານາດແຫ່ງລັດ ໃຫ້ມີຄວາມ ເຂັ້ມແຂງ.%,
