ຂະບວນແຫ່ໃບຢັ້ງຢືນຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍຣະດົກໂລກທາງທໍາມະຊາດ

ວັນທີ 22 ພະຈິກ 2025 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີແຫ່ໃບຢັ້ງຢືນຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກທາງທໍາມະຊາດ ໂດຍການເຂົ້າຮ່ວມຂອງ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ບັນດາການນໍາຈາກຂັ້ນສູນກາງ, ການນໍາຈາກແຂວງຄໍາມ່ວນ, ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ອຸທິຍານແຫ່ງຊາດ ຫີນໜາມໜໍ່ ໄດ້ຖືກຮັບຮອງເປັນມໍຣະດົກໂລກທາງທໍາມະຊາດ ແຫ່ງທໍາອິດ ຂອງ ສປປ ລາວ ຢ່າງເປັນທາງການ ໃນກອງປະຊຸມຄະນະກໍາມະການມໍຣະດົກໂລກ ຄັ້ງທີ 47 ທີ່ ນະຄອນຫລວງປາຣີ ປະເທດຝຣັ່ງ ທີ່ໄດ້ຮັບການຮັບຮອງເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງ ສປປ ລາວ ເປັນພື້ນທີ່ມໍຣະດົກໂລກ ແບບຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ຂອງ ສສ ຫວຽດນາມ, ການຂຶ້ນທະບຽນ ເປັນມໍຣະດົກໂລກໃນຄັ້ງນີ້ ເກີດຈາກການຮັບຮອງຄຸນຄ່າທີ່ໂດດເດັ່ນລະດັບຈັກກະວານ ຂອງຫີນໜາມໜໍ່ ໄດ້ແກ່: ພູມສັນຖານພູຫີນປູນ ທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນ ອາຊີຕາເວັນອອກສຽງໃຕ້, ຖໍ້າມະຫັດສະຈັນ “ຖໍ້ານໍ້າລອດເຊບັ້ງໄຟ”, ເປັນແຫລ່ງທີ່ຢູ່ອາໄສອັນສຳຄັນ ຂອງສັດທີ່ຫາຍາກ ແລະ ນອນຢູ່ໃນບັນຊີໃກ້ສູນພັນ ເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້.

ສໍາລັບ ພິທີແຫ່ໃບຢັ້ງຢືນຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກທາງທໍາມະຊາດ ໃນຄັ້ງນີ້້ ແມ່ນເລີ່ມຈາກ ສະໜາມບິນສາກົນວັດໄຕ ຫາ ສວນອານຸສາວະລີ (ປະຕູໄຊ) ນະຄອນຫລວງວຽງຈັນ.

ທີ່ມາ: Khammouane News