ນ້ຳຖ້ວມພາກກາງຂອງຫວຽດນາມ ພົບຜູ້ເສຍຊີວິດ 55 ຄົນ ສູນຫາຍ 13 ຄົນ
November 22, 2025 - 4:19 PM
ສໍານັກງານແກ້ໄຂໄພພິບັດ ແລະ ເຂື່ອນກັ້ນນໍ້າຂອງຫວຽດນາມລາຍງານໃນວັນທີ 22 ພະຈິກວ່າ: ຈໍານວນຜູ້ເສຍຊີວິດຈາກຝົນຕົກໜັກ ແລະ ນໍ້າຖ້ວມຢູ່ພາກກາງຂອງຫວຽດນາມເພີ່ມຂຶ້ນເປັນ 55 ຄົນ ແລະ ຍັງມີຜູ້ສູນຫາຍອີກ 13 ຄົນ.
ນໍ້າໄດ້ຖ້ວມເນື້ອທີ່ກະສິກໍາເກືອບ 80,000 ເຮັກຕາ ທັງເນື້ອທີ່ນາ ແລະ ຜົນຜະລິດອື່ນໆ ແລະ ເຮັດໃຫ້ສັດປີກ ແລະ ສັດລ້ຽງ 3.2 ລ້ານກວ່າໂຕເສຍຊີວິດ ຫລື ຖືກນໍ້າພັດໄປ.
ລາຍງານລະບຸວ່າ: ເຮືອນ 28,400 ກວ່າຫລັງຍັງຖືກນໍ້າຖ້ວມ. ຂະນະທີ່ເຮືອນອີກ 946 ຫລັງໄດ້ຮັບຄວາມເສຍຫາຍ.
ທາງການປະເມີນຄວາມເສຍຫາຍທາງເສດຖະກິດໄວ້ເກືອບ 9 ພັນລ້ານດົງ ຫລື ປະມານ 358 ລ້ານໂດລາສະຫະລັດ.
ອ້າງອີງ:
