ລາຄາກາເຟໂລກຫລຸດລົງ ຫລັງທ່ານ ທຣໍາ ຍົກເລີກພາສີນໍາເຂົ້າກາເຟເບຣຊິນ

              ລາຄາກາເຟໂລກຫລຸດລົງໃນວັນທີ 21 ພະຈິກ ຫລັງຈາກປະທານາທິບໍດີ ໂດນັລ ທຣໍາ ປະກາດຍົກເລີກອັດຕາພາສີ 40% ສໍາລັບການນໍາເຂົ້າສິນຄ້າກະສິກໍາຫລາຍລາຍການຈາກເບຣຊິນ ລວມທັງກາເຟດິບ. ການຍົກເລີກພາສີຄັ້ງນີ້ເຮັດໃຫ້ຕະຫລາດຄາດວ່າເມັດກາເຟເບຣຊິນຈະໄຫລເຂົ້າສູ່ສະຕັອກກາເຟທີ່ຂາດເຂີນຂອງອາເມລິກາໄດ້ຢ່າງວ່ອງໄວ.

              ເບຣຊິນ ເປັນຜູ້ຜະລິດກາເຟລາຍໃຫຍ່ທີ່ສຸດຂອງໂລກ ແລະ ສົ່ງອອກໄປອາເມລິກາປະມານ 1 ໃນ 3 ຂອງຄວາມຕ້ອງການທັງໝົດ. ການເຄື່ອນໄຫວຫລ້າສຸດຂອງທ່ານ ທຣໍາ ມີຂຶ້ນຫລັງຈາກມີຄໍາສັ່ງໃນວັນທີ 21 ພະຈິກຜ່ານມາ ເພື່ອຫລຸດພາສີນໍາເຂົ້າກາເຟ ແລະ ສິນຄ້າຫລາຍລາຍການຈາກປະເທດຜູ້ຜະລິດ.

                 ລາຄາກາເຟຂາຍຍ່ອຍຢູ່ອາເມລິກາປັບຂຶ້ນເຖິງ 40% ໃນເດືອນກັນຍາ ສ່ວນໜຶ່ງເປັນຜົນມາຈາກພາສີນໍາເຂົ້າ ແລະ ຜົນສໍາຫລວດຊີ້ວ່າການເພີ່ມຂຶ້ນຂອງລາຄາສິນຄ້າອຸປະໂພກເປັນປັດໄຈສໍາຄັນທີ່ເຮັດໃຫ້ລະດັບຄວາມນິຍົມຂອງທ່ານ ທຣໍາ ຫລຸດລົງສູ່ລະດັບຕໍ່າສຸດນັບແຕ່ກັບເຂົ້າດໍາລົງຕໍາແໜ່ງ.

                ສັນຍາກາເຟອາຣາບິກາໃນຕະຫລາດ ICE ປິດຫລຸດລົງເກືອບ 2% ສູ່ລະດັບ 3.6945 ໂດລາສະຫະລັດຕໍ່ປອນ ຫລັງຈາກກ່ອນໜ້ານີ້ຫລຸດລົງຫລາຍກວ່າ 6% ສູ່ລະດັບຕໍ່າສຸດໃນຮອບ 2 ເດືອນ, ສ່ວນສັນຍາກາເຟໂຣບັສຕາ ເຊິ່ງມັກໃຊ້ໃນກາເຟສໍາເລັດຮູບຫລາຍກວ່າອາຣາບິກາ ຫລຸດລົງ 2.7% ສູ່ລະດັບ 4,506 ໂດລາສະຫະລັດຕໍ່ໂຕນ ຫລັງຈາກກ່ອນໜ້ານີ້ຫລຸດລົງ 8%.