12 ຂໍ້ຄົງຄ້າງ ວຽກງານກວດກາ ພ້ອມຫາລືທິດທາງແຜນການໃນຕໍ່ໜ້າ

ວັນທີ 19 ພະຈິກ 2025 ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນ ວຽກຕາມຄຳສັ່ງຂັ້ນເທິງ ແລະ ວຽກຕາມມະຕິສະພາ 139/ສພຊ ທີ່ຍັງຄ້າງ ຂອງກົມກວດກາລັດ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຂຶ້ນ ໂດຍການເປັນປະທານຂອງ ທ່ານ ວົງອຸໄທ ສັນຕິໄຊ ຫົວໜ້າກົມກວດກາລັດ, ມີບັນດາຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ວົງອຸໄທ ສັນຕິໄຊ ຫົວໜ້າກົມກວດກາລັດໄດ້ຍົກໃຫ້ເຫັນເຖິງວຽກທີ່ຍັງຄ້າງແຕ່ລະບັນຫາຄື:

  1. ວຽກກວດກາໂຄງການລົງທຶນຂອງລັດ ຢູ່ນະຄອນຫລວງວຽງຈັນ
  2. ວຽກກວດກາເຂດເສດຖະກິດພິເສດທີ່ຍັງບໍ່ທັນສຳເລັດ 5 ເຂດ
  3. ວຽກງານການນໍາເຂົ້າພາຫະນະຊົ່ວຄາວ, ຍົກເວັ້ນພາສີ-ອາກອນ ແລະ ການເສຍພາສີອາກອນ 1% ຕາມນະໂຍບາຍສົ່ງເສີມການລົງທຶນ
  4. ວຽກກວດກາຖານລາຍຮັບຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດ ແລະ ຖານລາຍຮັບຫົວໜ່ວຍວິຊາການຂອງອົງການບໍລິຫານລັດ
  5. ວຽກກວດກາການອອກໃບຕາດິນ ແລະ ການເສຍພາສີທີ່ດິນ
  6. ວຽກກວດກາການຄຸ້ມຄອງ ແລະ ເງິນກູ້ຢືມຂອງລັດຖະບານມາຈັດຕັ້ງປະຕິບັດໂຄງການ ໃນຮູບແບບ EPC ໃນທົ່ວປະເທດລວມທັງບ້ວງ ເພື່ອປັບປຸງກໍ່ສ້າງລະບົບນ້ຳປະປາ ດົງໝາກຄາຍ 2
  7. ກວດກາການນຳເຂົ້າ ແລະ ຄຸ້ມຄອງສານເຄມີ
  8. ວຽກກວດກາຄຸ້ມຄອງຊັບສິນຂອງລັດ, ການເຊົ່າສຳປະທານຊັບສິນ ແລະ ທີ່ດິນຂອງລັດ
  9. ວຽກການຫັນເປັນທັນສະໄໝໃນການສຳນວນ ສຳເນົານິຕິກຳຕ່າງໆພາຍໃນກົມກວດກາລັດ
  10. ວຽກຄວາມຕ້ອງການຂອງພະນັກງານໃນການນຳໃຊ້ເຄື່ອງມື, ອຸປະກອນຮັບອື່ນໆທີ່ຈຳເປັນເຂົ້າໃນວຽກງານກວດກາພາຍໃນກົມກວດກາລັດ ເພື່ອເປັນບ່ອນອີງໃນການຂຶ້ນແຜນສະເໜີຂໍເຄື່ອງໃຊ້
  11. ວຽກງານຕິດຕາມຊຸກຍູ້ ການຈ່າຍເງິນຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ວຽກອື່ນໆ
  12. ວຽກປັບປຸງກົງຈັກການຈັດຕັ້ງ ກົມກວດກາລັດ.

ນອກຈາກນີ້, ທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນໜ້າວຽກທີ່ຫລໍ່ແຫລມ ການປະຕິບັດໜ້າທີ່ຕ້ອງຊັດເຈນ, ຖືກຕ້ອງ, ມີຄວາມຮັບຜິດຊອບ ພ້ອມທັງຍົກສູງສະຕິ ປະຕິບັດຕາມພາລະບົດບາດ, ສິດ ໜ້າທີ່ຂອງຕົນ. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນ-ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ຕີລາຄາຈາກໜ້າວຽກທີ່ໄດ້ປະຕິບັດຕົວຈິງ ຊອກຫາວິທີ, ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານກວດກາລັດມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

ທີ່ມາ: ວາລະສານກວດກາ