ງານມະຫະກໍາກິລາແຫ່ງຊາດ ໜຶ່ງໃນເປົ້າໝາຍສ້າງຄົນເພື່ອສ້າງຊາດ

ໂດຍ: ທິດກໍ່າ

ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ໄດ້ເປີດຂຶ້ນຢ່າງຍິ່ງໃຫຍ່ອາລັງການ ໃນວັນທີ 15 ພະຈິກ 2025 ຢູ່ນະຄອນຫລວງວຽງຈັນ ໃນຖານະນະຄອນຫລວງວຽງຈັນເປັນເຈົ້າພາບໃນງານດັ່ງກ່າວ. ການຈັດງານມະຫະກໍາກິລາແຫ່ງຊາດຄັ້ງນີ້ ໄດ້ມີ 17 ແຂວງ, 3 ກະຊວງ ແລະ ນະຄອນຫລວງວຽງຈັນເຂົ້າຮ່ວມ ເຊິ່ງມີຄະນະນໍາ, ນັກກິລາ, ຄູຝຶກ, ກໍາມະການຕັດສິນ, ນັກວິຊາການ ແລະ ເຈົ້າໜ້າທີ່ອື່ນໆ ລວມ 9,485 ທ່ານ ສະເພາະນັກກິລາເອງກໍມີເຖິງ 4,065 ຄົນ, ມີ 33 ປະເພດກິລາ ເພື່ອແຂ່ງຂັນຊີງເອົາຫລຽນປະເພດຕ່າງໆທັງໝົດ 1,563 ຫລຽນ ໃນນີ້ມີຫລຽນຄໍາ 432 ຫລຽນ, ຫລຽນເງິນ 432 ຫລຽນ ແລະ ຫລຽນທອງ 699 ຫລຽນ. ສ່ວນຄໍາຂວັນໃນງານມະຫະກໍາກິລາແຫ່ງຊາດຄັ້ງນີ້ແມ່ນພາຍໃຕ້ຫົວຂໍ້ “ສາມັກຄີມີວິໄນ ໂປ່ງໃສໄດ້ການພັດທະນາ” ສັນຍາລັກກໍໄດ້ແກ່ນົກຍຸງທີ່ເປັນສັດນໍາໂຊກ.

ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ງານມະຫະກໍາກິລາແຫ່ງຊາດແມ່ນງານແຂ່ງຂັນກິລາກາຍະກໍາເພື່ອສຸຂະພາບ, ມິດຕະພາບ ແລະ ເພື່ອພັດທະນານັກກິລາປະເພດຕ່າງໆ ໂດຍການຮ່ວມມືຂອງທົ່ວປວງຊົນໃນວົງຄະນາຍາດແຫ່ງຊາດ ເຊິ່ງພັກ ແລະ ລັດຖະບານໄດ້ໃຫ້ຄວາມສໍາຄັນ ແລະ ໄດ້ອະນຸຍາດໃຫ້ແຕ່ລະແຂວງຜັດປ່ຽນກັນເປັນເຈົ້າພາບ 3 ປີໃດແມ່ນຈັດຂຶ້ນ 1 ຄັ້ງ ເຊິ່ງຄັ້ງທີ 11 ຜ່ານມາແມ່ນແຂວງຊຽງຂວາງເປັນເຈົ້າພາບ ແລະ ມາຮອດຄັ້ງທີ 12 ກໍແມ່ນນະຄອນຫລວງວຽງຈັນ ເຊິ່ງພໍດີເໝາະກັບການສ້າງຂະບວນການ ແລະ ຜົນງານອັນຍິ່ງໃຫຍ່ເພື່ອຄໍານັບຮັບຕ້ອນການສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 50 ປີທີ່ຈະມາເຖິງໃນມໍ່ໆນີ້. ໄປພ້ອມກັນນັ້ນ ການຈັດຕັ້ງມະຫະກໍາແຂ່ງຂັນກິລາແຫ່ງຊາດແມ່ນຄວາມຈໍາເປັນພາວະວິໄສ ເຊິ່ງນອນຢູ່ໃນ 5 ຫລັກມູນຂອງການສຶກສາແຫ່ງຊາດເຊັ່ນ: ປັນຍາສຶກສາ, ພະລະສຶກສາ, ສິລະປະສຶກສາ, ຄຸນສົມບັດສຶກສາ ແລະ ແຮງງານສຶກສາ. ທັງໝົດທີ່ກ່າວມານີ້ເປົ້າໝາຍກໍແມ່ນເປັນການສ້າງຄົນເພື່ອມາສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າໄປຕາມຍຸກຕາມສະໄໝ.

ຢ່າງໃດກໍດີ, ເມື່ອເອີ່ຍເຖິງການພັດທະນາດ້ານການກິລາ ຢູ່ປະເທດເຮົາໃນຫລາຍໆປີຜ່ານມາ ບໍ່ວ່າກິລາປະເພດໃດຖືວ່າຍັງອ່ອນນ້ອຍ ແລະ ຍັງຢືນຢູ່ອັນດັບແຖວຫລັງໃນບັນດາປະເທດອາຊຽນ ຫລື ຖ້າທຽບໃສ່ໃນລະດັບພາກພື້ນອາຊີກໍຍິ່ງລ້າຫລັງໄປຫລາຍເທົ່າ ຖ້າທຽບໃສ່ປະເທດທີ່ພວມພັດທະນາ. ສະນັ້ນ ຍິ່ງກວ່າເວລາໃດໝົດ ພວກເຮົາຕ້ອງເລັ່ງລັດພັດທະນາ ແລະ ສ້າງປະຖົມປັດໄຈຕ່າງໆ ເພື່ອເຮັດໃຫ້ຂະແໜງການນີ້ມີການພັດທະນາຢ່າງໄວວາ ເພາະກິລາບໍ່ວ່າປະເພດໃດແມ່ນລ້ວນແລ້ວແຕ່ເປັນບໍ່ເກີດສຸຂະພາບທີ່ດີ ທັງສ້າງຄົນໃຫ້ໃຫຍ່ສູງ ແຂງແຮງ ຮັບໃຊ້ຊາດ ທັງຊື່ສຽງໃຫ້ມາຕຸພູມທີ່ແສນຮັກ ແລະ ຫວງແຫນ.