ປະດັບຫລຽນກາລະນຶກ 50 ປີ ໃຫ້ອະດີດ ແລະ ການນໍາຂັ້ນສູງຂອງພັກ-ລັດ

ວັນທີ 20 ພະຈິກ 2025 ທີ່ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ອາດີດການນຳ ແລະການນຳ ຂົ້ນສູງຂອງ ພັກ-ລັດ ມີ ອາດີດການນຳ, ການນຳຂັ້ນສູງ ແລະ ພາກສ່ວນຕ່າງໆ ທີ່ກຽວຂ້ອງເຂົ້າຮ່ວມ,
ນີ້ເພື່ອຫວນຄືນເຖິງ ວັນມະຫາ ໄຊຊະນະ ຈິດວິນຍານແຫ່ງການປະຕິວັດຊາດປະຊາທິປະໄຕ ລະນຶກເຖິງຜົນງານ ແລະ ການເສຍສະຫຼະ ອັນຍິ່ງໃຫຍ່ ຂອງປະທານໄກສອນ ພົມວິຫານ, ປະທານ ສຸພານຸວົງ, ບັນດາຜູ້ນໍາ, ນັກຮົບປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນ ລາວບັນ ດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດ ຕໍ່ສູ້ກູ້ຊາດ ຢ່າງພິລະອາດຫານ ຈົນສາມາດຍາດໄດ້ເອກະລາດແຫ່ງຊາດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດໍາລັດ ປະທານປະເທດ ສະບັບເລກທີ 242/ປປທ, 243/ປປທ, 244/ປປທ, ລົງວັນທີ 17 ພະຈິກ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ການນຳຂັ້ນສູງຂອງ ພັກ-ລັດ ທີ່ມີຜົນງານ ຄຸນງາມຄວາມດີ ໃນພາ ລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ,
ໃນນີ້ ໄດ້ປະດັບຫຼຽນກາລະນຶກ 50 ປີ ໃຫ້ ສະຫາຍ ທອງລຸນ ສິສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຈູມມະລີ ໄຊຍະສອນ ອະດີດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ອະດີດ ປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ, ສະຫາຍ ບຸນຍັງ ວໍລະຈິດ ອະດີດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ອະດີດ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດ ໄລຍະຜ່ານມາ.
ພ້ອມນີ້ ໄດ້ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ( 2 ທັນວາ 1975 ຫາ 2 ທັນວາ 2025) ໃຫ້:
1 ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ
2 ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ
ເລຂາທິການສູນກາງພັກ,ຮອງປະທານປະເທດ
3. ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ
4. ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ
5. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ, ຮອງນາຍົກລັດຖະມົນຕີ
6. ສະຫາຍ ປອ. ຄໍາພັນ ພົມມະທັກ ກໍາມະການກົມການເມືອງສູນກາງພັກ, ເລຂາທິການ ສູນກາງ
ພັກ, ປະທານຄະນະກວດກາສູນກາງພັກ.
7. ສະຫາຍ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວ
ລາວສ້າງຊາດ.
8. ສະຫາຍ ສຈ.ປອ. ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ.
9. ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
10. ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ
11. ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ
12. ສະຫາຍ ທອງສິງ ທໍາມະວົງ ອະດີດກໍາມະການກົມການເມືອງສູນກາງພັກ
13. ສະຫາຍ ພັນຄໍາ ວິພາວັນ ອະດີດກໍາມະການກົມການເມືອງສູນກາງພັກ
14. ສະຫາຍ ອາຊາງ ລາວລີ ອະດີດກໍາມະການກົມການເມືອງສູນກາງພັກ
15. ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ
16. ສະຫາຍ ຈັນສີ ໂພສີຄໍາ ອະດີດກໍາມະການກົມການເມືອງສູນກາງພັກ.
ພ້ອມດຽວກັນນີ້ ຍັງໄດ້ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ ການນຳຂັ້ນຕ່າງໆຕື່ມອີກ 8 ສະຫາຍຄື:
1. ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາຮົມສູນກາງພັກ
2. ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ປະທານສະພານະຄອນຫຼວງວຽງຈັນ
3. ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ
4. ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ
5. ສະຫາຍ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ
6. ສະຫາຍ ພົນໂທ ແສງນວນ ໄຊຍະລາດ ອະດີດເລຂາທິການສູນກາງພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ
7. ສະຫາຍ ພົນຕີ ສົມແກ້ວ ສີລາວົງ ອະດີດເລຂາທິການສູນກາງພັກ
8. ສະຫາຍ ສົມບັດ ເຢຍລີເຮີ ອະດີດເລຂາທິການສູນກາງພັກ.
