ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣັດເຊຍ
ວັນທີ 19 ພະຈິກ 2025, ທີ່ທໍານຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ວະລາເມຍ ກາລີນິນ (Vladimir Kalinin), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ຕໍ່ທ່ານ ວະລາເມຍ ກາລີນິນ ທີ່ໄດ້ມາປະຕິບັດໜ້າທີ່ການທູດຈົນສໍາເລັດ ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບດີຂຶ້ນ, ລັດຖະບານລາວ ກໍຄື ປະຊາຊົນລາວ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງທ່ານທູດໄລຍະຜ່ານມາ, ທ່ານແມ່ນນັກການທູດຜູ້ທີ່ມີຄວາມຫ້າວຫັນ ໃນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບໃນການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງປະເທດ ລາວ-ຣັດເຊຍ, ຣັດເຊຍ-ລາວ ກໍຄື ປະຊາຊົນ ສອງຊາດ ລາວ-ຣັດເຊຍ ຍາມໃດກໍໃຫ້ການອຸ້ມຊູ-ຊ່ວຍເຫຼືອລັດຖະບານລາວ ກໍຄື ປະຊາຊົນລາວ ສະເໝີມາ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ (Russian Federation) ໄດ້ສ້າງຕັ້ງ ສາຍພົວພັນການທູດນຳກັນ ໃນວັນທີ 7 ຕຸລາ 1960 (ສືບຕໍ່ນັບຈາກ ອະດີດສະຫະພາບໂຊວຽດ). ສປປ ລາວ ແລະ ສ. ຣັດເຊຍ ໄດ້ສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ-ລາວ ນໍາກັນໃນປີ 1965. ສອງຝ່າຍໄດ້ລົງນາມສົນທິສັນຍາພື້ນຖານວ່າດ້ວຍການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ໃນວັນທີ 9 ມີນາ 1994 (ມີຜົນບັງຄັບໃຊ້ໃນວັນທີ 8 ກຸມພາ 1995). ມາເຖິງປັດຈຸບັນ ລາວ-ຣັດເຊຍ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມ, ຖືເອົາ ຣັດເຊຍ ເປັນປະເທດເພື່ອນມິດໃກ້ຊິດ ແລະ ໄດ້ໃຫ້ຄວາມສໍາຄັນຕໍ່ການເປັນຄູ່ຮ່ວມມືຍຸດ ທະສາດດ້ານຄວາມໝັ້ນຄົງໃນພາກພື້ນ ອາຊີ-ປາຊິຟິກ ທີ່ໄດ້ຮັບຮອງເອົາໃນວັນທີ 13 ຕຸລາ 2011. ຣັດເຊຍ ຖືວ່າ ສປປ ລາວ ເປັນປະເທດເພື່ອນມິດທີ່ໄວ້ເນື້ອເຊື່ອໃຈທີ່ສຸດໃນ ອາຊຽນ. ໃນປີ 2020 ຜ່ານມາ ສອງຝ່າຍໄດ້ ຮ່ວມກັນສະຫຼອງວັນຄົບຮອບ 60 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ-ລາວ ແລະ ໃນປີ 2024 ສອງຝ່າຍໄດ້ແລກປ່ຽນ ສານຊົມເຊີຍໃນລະດັບລັດຖະມົນຕີຕ່າງປະເທດ ເນື່ອງໃນໂອກາດວັນຄົບຮອບ 30 ປີ ແຫ່ງ ການລົງນາມສົນທິສັນຍາ ວ່າດ້ວຍ ພື້ນຖານການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ. ລາວ-ຣັດເຊຍ ໄດ້ມີມູນເຊື້ອແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ບົນພື້ນຖານສົນທິສັນຍາວ່າ ດ້ວຍການການພົວພັນມິດຕະພາບ, ການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງຢູ່ໃນພາກພື້ນ ອາຊີ-ປາຊີຟິກ, ເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ຣັດເຊຍ ຍັງ ຢືນຢັນ ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ, ໂດຍສະເພາະການຮ່ວມມືດ້ານ ອຸປະກອນ ແລະ ເຕັກນິກການທະຫານ, ສ້າງບຸກຄະລາກອນ, ເສີມຂະຫຍາຍການຮ່ວມມືທາງດ້ານ ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ສາທາລະນາສຸກ, ການທ່ອງທ່ຽວ, ແລະ ດ້ານອື່ນໆ.
ຈາກນັ້ນ, ທ່ານ ວະລາເມຍ ກາລີນິນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການໃຫ້ຄວາມຮ່ວມມື, ຊ່ວຍເຫຼືອໃນການມາປະຕິບັດໜ້າທີ່ການເປັນທູດຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ໂອກາດດຽວກັນ, ທ່ານ ນາງປານີ ຢາທໍ່ຕູ້ ໄດ້ອວຍໄຊໃຫ້ພອນອັນປະເສີດ ແດ່ ທ່ານທູດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ໜ້າທີ່ການງານໃໝ່ຂອງທ່ານ, ຂໍໃຫ້ທ່ານເດີນທາງກັບຄືນສູ່ປະເທດດ້ວຍຄວາມສະຫວັດດີພາບ.
ທີ່ມາ: ໜັງສືພິມປະຊາຊົນ
