ລາວ-ຈີນ ສັນຍາຮ່ວມມື ເປີດຕະຫຼາດສົ່ງໝາກຖົ່ວລຽນໄປຈີນ

ວັນທີ 13 ພະຈິກ 2025 ຜ່ານມານີ້ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະຜູ້ແທນ ຈາກ ສປປ ລາວ ຈາກບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ພົບປະກັບ ທ່ານ Zhao Zenglian ຮອງລັດຖະມົນຕີ ອົງການຄຸ້ມຄອງພາສີ ແຫ່ງ ສປຈີນ ພ້ອມດ້ວຍ ກົມກ່ຽວຂ້ອງເຂົ້າຮ່ວມ. ການພົບປະສອງຝ່າຍດັ່ງ ໄດ້ຈັດຂຶ້ນໃນລະຫວ່າງການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບ ວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ຄັ້ງທີ 9 (The 9th China-ASEAN Ministerial Meeting on Sanitary and Phytosanitary (SPS) Cooperation) ທີ່ ນະຄອນຊົງຊິງ, ສປ.ຈີນ.

ການພົບປະສອງຝ່າຍດັ່ງກ່າວ ໂດຍມີຈຸດປະສົງ ເພື່ອປຶກສາຫາລືເປີດຕະຫຼາດການນຳເຂົ້າສິນຄ້າກະສິກຳ ຂອງ ສປປ ລາວ ໄປ ສປ ຈີນ ພາຍໃຕ້ສັນຍາດ້ານສຸຂານາໄມ ແລະ ສຸຂານາໄມພືດ (SPS), ຊຶ່ງປັດຈຸບັນ ສປປ ລາວ ໄດ້ສຳເລັດການເຈລະຈາ ເພື່ອເປີດຕະຫຼາດການນຳເຂົ້າສິນຄ້າກະສິກຳ ຈາກ ສປປ ລາວ ໄປ ສປ ຈີນ ໂດຍການເຊັນສັນຍາ SPS ສໍາເລັດແລ້ວຈໍານວນ 39 ລາຍການ (ພືດ 35 ລາຍການ ແລະ ສັດ ແລະ ຜະລິດຕະພັນສັດ 4 ລາຍການ) ແລະ ກຳລັງສືບຕໍ່ເຈລະຈາ ເພື່ອສະເໜີໃຫ້ຝ່າຍ ຈີນ ສືບຕໍ່ພິຈາລະນາຕື່ມອີກຈຳນວນຫຼາຍລາຍການ ໃນນັ້ນ ອັນພົ້ນເດັ່ນ ແມ່ນໄດ້ປຶກສາຫາລື ກ່ຽວກັບ ການເຊັນສັນຍາເປີດຕະຫຼາດ ສົ່ງອອກ ຜະລິດພັນຊີ້ນງົວ ໃນຮູບແບບ ຊີ້ນແຊ່ງແຂງ ແລະ ຊີ້ນສຸກ ໄປ ສປ ຈີນ. ຊຶ່ງຝ່າຍ ຈີນ ເຫັນດີ ຮັບໄປພິຈາລະນາຕາມການສະເໜີ ຂອງ ສປປ ລາວ ແລະ ຄາດວ່າຈະສາມາດ ເຊັນສັນຍາເປີດຕະຫຼາດສິນຄ້າກະສິກຳຕື່ມອີກໃນໄລຍະໄວໆນີ້.

ການພົບປະໃນຄັ້ງນີ້ ທັງສອງຝ່າຍໄດ້ສຳເລັດການເຈລະຈາ ແລະ ໄດ້ລົງນາມເຊັນສັນຍາຮ່ວມກັນ ເພື່ອເປີດຕະຫຼາດການສົ່ງອອກ ໝາກຖົ່ວລຽນ ຂອງ ສປປ ລາວ ນຳເຂົ້າໄປ ສປ ຈີນ ພາຍໃຕ້ເງື່ອນໄຂທາງດ້ານ ສຸຂານາໄມ ແລະ ສຸຂານາໄມພືດ ເປັນລາຍການທີ 40. ສະນັ້ນ, ຕໍ່ຈາກນີ້ການສົ່ງອອກຖົ່ວລຽນ ຂອງ ສປປ ລາວ ໄປ ສປ ຈີນ ແມ່ນສາມາດດຳເນີນການໄດ້ ແຕ່ການຈັດຕັ້ງປະຕິບັດຕົວຈິງ ຜູ້ປະກອບຕ້ອງໄດ້ປະຕິບັດຕາມລະບຽບ ແລະ ຂັ້ນຕອນທີ່ລະບຸໄວ້ໃນສັນຍາດັງກ່າວ ຢ່າງເຂັ້ມງວດ.