5 ປີຜ່ານມາ ສະພາແຫ່ງຊາດ ຮັບຮອງ ການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ


ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ໄດ້ສະຫລຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ(2021-2025), ປະຈຳປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈຳປີ 2026 ຂອງສະພາແຫ່ງຊາດ ຊຸດທີ X ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 17 ພະຈິກ 2025 ວ່າ: ໃນໄລຍະ 5 ປີຜ່ານມາ(2021-2025) ສະພາແຫ່ງຊາດ ໄດ້ຈັດຕັ້ງປະຕິບັດ ແຜນການ ເຄື່ອນໄຫວວຽກງານ ດ້ານຕິນິບັນຍັດ ເຊິ່ງສາມາດພິຈາລະນາ, ຮັບຮອງການສ້າງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 87 ສະບັບ. ໃນນັ້ນ, ກົດໝາຍສ້າງໃໝ່ 24 ສະບັບ ແລະ ກົດໝາຍປັບປຸງ 63 ສະບັບ ເທົ່າກັບ 90,62% ຂອງແຜນການ 5 ປີ ທີ່ທັງໝົດ 96 ສະບັບ. ໃນນີ້, ກົດໝາຍປັບປຸງ 58 ສະບັບ ແລະ ກົດໝາຍສ້າງໃໝ່ 38 ສະບັບ. ມາຮອດປັດຈຸບັນ, ສປປ ລາວ ມີກົດໝາຍທັງໝົດ 176 ສະບັບ.

ໃນປີ 2025 ສະພາແຫ່ງຊາດ ໄດ້ພິຈາລະ ນາຮັບຮອງເອົາກົດໝາຍ 13 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ 5 ສະບັບ ແລະ ກົດໝາຍປັບປຸງ 8 ສະບັບ, ໄດ້ຄົ້ນຄວ້າປັບປຸງມາດຕາ 34 ແລະ ມາດຕາ 38 ຂອງກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54/ສພຊ, ລົງວັນທີ 27 ມິຖຸນາ 2018. ອັນພົ້ນເດັ່ນ, ສະພາແຫ່ງຊາດຊຸດທີ IX ໄດ້ພິຈາລະນາຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງປີ 2025. ນອກຈາກນີ້, ສະພາແຫ່ງຊາດ ຍັງໄດ້ຮັບຄໍາສະເໜີຈາກພາກສ່ວນທີ່ກ່ຽວຂ້ອງ ໃນການຕີຄວາມໝາຍ ແລະ ອະທິບາຍກົດໝາຍ 15 ບັນຫາ; ໄດ້ອອກນິຕິກໍາໃຕ້ກົດໝາຍເປັນບ່ອນອີງ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ໄດ້ທັງໝົດ 80 ສະບັບ.

ໃນນີ້, ໄດ້ຄົ້ນຄວ້າໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ໄດ້ທັງໝົດ 7 ສະບັບ ຄື: ສົນທິ ສັນຍາວ່າດ້ວຍ ການຮ່ວມມືດ້ານເສດຖະກິດໃນພາກພື້ນ, ຄວາມປອດໄພ ແລະ ສຸຂະພາບແຮງງານ, ແຜນງານການສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານ, ການປົກປ້ອງວັດສະດຸນິວເຄຣຍ ທາງກາຍະພາບ, ການກຳນົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນທາງດ້ານຍຸຕິທໍາໃນບັນຫາແພ່ງ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ການຮັບຮູ້ເຊິ່ງກັນ ແລະ ກັນດ້ານມາດຕະຖານຜະລິດຕະພັນ ຍານພາຫະນະອາຊຽນ.

ນອກຈາກນັ້ນ, ຍັງໄດ້ຢັ້ງຢືນອະນຸສັນຍາ ວ່າດ້ວຍອົງການແຮງງານສາກົນ. ສັງຮວມແລ້ວ, ວຽກງານສ້າງ ແລະ ປັບປຸງກົດໝາຍ ແມ່ນໄດ້ດໍາເນີນຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ, ເນື້ອໃນກົດໝາຍສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ແທດເໝາະກັບສະພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ທັງຮັບປະກັນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຮັດໃຫ້ກົດໝາຍຂອງ ສປປ ລາວ ເປັນລະບົບ, ເປັນເຄື່ອງມືໃນການດັດປັບສາຍພົວພັນສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ສູງຂຶ້ນ.

ນອກຈາກນີ້, ສະພາແຫ່ງຊາດ ຊຸດທີ IX ຍັງໄດ້ເອົາໃຈໃສ່ຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ, ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ການຈັດຕັ້ງປະຕິບັດ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີ ຕາມຂະບວນການຍຸຕິທຳ, ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລະ ດໍາລັດ280/ລບ ວ່າດ້ວຍຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ; ການຜັນຂະຫຍາຍເນື້ອໃນກົດໝາຍ ອອກເປັນນິຕິກຳໃຕ້ກົດໝາຍ, ການ ຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນແຮ່ທາດ, ບັນຫາເສັ້ນທາງຄົມມະນາຄົມຂົນສົ່ງ, ການຊຸກຍູ້ສົ່ງເສີມການຜະລິດຊົມໃຊ້ພາຍໃນ ເພື່ອຫລຸດຜ່ອນການນຳເຂົ້າ, ວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ແລະ ຫົວຂໍ້ອື່ນໆ ໄດ້ທັງໝົດ ຈຳນວນ 172 ຄັ້ງ. ພ້ອມກັນນັ້ນຍັງໄດ້ຕິດຕາມກວດກາ ຢູ່ກອງປະຊຸມສະພາແຫ່ງຊາດ ດ້ວຍການຊັກຖາມຕໍ່ບັນຫາເຄັ່ງຮ້ອນຂອງສັງຄົມ ເພື່ອໃຫ້ກະຊວງ-ອົງການຊີ້ແຈງ ແລະ ກຳນົດວິທີການແກ້ໄຂ ມີຈຳນວນ 490 ຄໍາຊັກຖາມ. ນອກຈາກນີ້, ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ຕິດຕາມກວດກາ ໂດຍຜ່ານການດຳເນີນກອງປະຊຸມຮ່ວມລະຫວ່າງຄະນະປະຈໍາ ກັບຄະນະລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາ ຊົນສູງສຸດ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູງກາງ ເພື່ອປຶກສາຫາລື ແລະ ແກ້ໄຂບັນຫາເຄັ່ງຮ້ອນຂອງສັງຄົມ.