ເດືອນຕຸລາ 2025 ສົ່ງອອກສິນຄ້າກະສິກໍາໄປ ສປ ຈີນ ຜ່ານດ່ານສາກົນບໍ່ເຕັນ 78,490 ໂຕນ ລວມ ມູນຄ່າ 2 ລ້ານກວ່າໂດລາສະຫະລັດ

ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ ລາຍງານວັນທີ 19 ພະຈິກ 2025 ວ່າ: ເດືອນຕຸລາ 2025 ພະແນກສະຖິຕິກະສິກຳ ແລະ ສິ່ງແວດລ້ອມ, ກົມແຜນການ ແລະ ການຮ່ວມມື ລາຍງານ ການສົ່ງອອກລາຍການສິນຄ້າກະສິກໍາ ແລະ ປັດໄຈການຜະລິດ ແລະ ປະເພດເຄື່ອງປ່າຂອງດົງ ຜ່ານດ່ານສາກົນບໍ່ເຕັນໄປຍັງ ສປ ຈີນ ທັງໝົດ 78,490 ໂຕນ ເປັນມູນຄ່າ 2,029,400 ໂດລາສະຫະລັດ.

ສິນຄ້າກະສິກຳທີ່ສົ່ງອອກສ່ວນຫລາຍແມ່ນ ແປ້ງມັນຕົ້ນ, ຢາງພາລາ, ໝາກກ້ວຍ, ສາລີ, ໄມ້ເຟີນິເຈີ, ໝາກເດືອຍ, ເປືອກເມືອກ, ເຄືອແດງດ່າງ, ໝາກຂ່າ ແລະ ດອກດາວເຮືອງ. ບັນດາລາຍການທີ່ການສົ່ງອອກມີລາຍລະອຽດດັ່ງນີ້:

– ແປ້ງມັນຕົ້ນ 5,366 ໂຕນ ມູນຄ່າ 17,004,200 ໂດລາ

– ຢາງພາລາ 16,123 ໂຕນ ມູນຄ່າ 2,343,873 ໂດລາ

– ໝາກກ້ວຍ 67,206 ໂຕນ ມູນຄ່າ 16,807,440 ໂດລາ

– ສາລີ 3,129 ໂຕນ ມູນຄ່າ 16,807,440 ໂດລາ

– ໝາກເດືອຍ 2,261 ໂຕນ ມູນຄ່າ 789,300 ໂດລາ

– ເປືອກເມືອກ 33 ໂຕນ ມູນຄ່າ 11,616 ໂດລາ

– ເຄືອແດງດ່າງ 82 ໂຕນ ມູນຄ່າ 8,200 ໂດລາ

– ໝາກຂ່າ 165 ໂຕນ ມູນຄ່າ 118,500 ໂດລາ

– ດອກດາວເຮືອງ 31 ໂຕນ ມູນຄ່າ 14,880 ໂດລາ

– ໄມ້ເຟີນິເຈີ 1,059 ໂຕນ ມູນຄ່າ 481,374 ໂດລາ (ຜະລິດຕະພັນໄມ້ໜ້າຂຽງ, ໄມ້ສັກ, ໄມ້ດູ່).

ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ