ຮອງລັດຖະມົນຕີກະຊວງການຕ່າງປະເທດ ລົງຕິດຕາມຄວາມຄືບໜ້າປັກຫລັກໝາຍຊາຍແດນ ລາວ-ກໍາປູເຈຍ ແບບໃໝ່ປ່ຽນແທນ

ໃນລະຫວ່າງວັນທີ12-17 ພະຈິກ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວວຽກງານຊາຍແດນຢູ່ແຂວງອັດຕະປື ແລະ ແຂວງຈໍາປາສັກ.
ການລົງເຄື່ອນໄຫວວຽກງານຄັ້ງນີ້, ເພື່ອຕິດຕາມສະພາບການຊາຍແດນ ລະຫວ່າງ ສປປ ລາວ ແລະ ປະເທດໃກ້ຄຽງ ທີ່ກ່ຽວຂ້ອງ ກໍຄືການພັດທະນາທີ່ພົວພັນກັບວຽກງານຊາຍແດນ ເຊັ່ນ:
- ວຽກງານດ່ານ, ການສ້າງເສັ້ນທາງເຊື່ອມຈອດລະຫວ່າງແຂວງ ອັດຕະປື ແລະ ແຂວງລັດຕະນະຄີລີ, ການສ້າງຂົວເຊລໍາເພົາ ລະຫວ່າງ ແຂວງຈໍາປາສັກ ແລະ ແຂວງເປຣຍວິເຮຍ, ການສ້າງເສັ້ນທາງລຽບຕາມຊາຍແດນ ເປັນຕົ້ນ.
- ຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ໂດຍສະເພາະວຽກງານສຳຫລວດ ແລະ ປັກຫລັກໝາຍຊາຍແດນແບບໃໝ່ປ່ຽນແທນຫລັກໝາຍຊາຍແດນແບບເກົ່າ ແລະ ປັກຫລັກໝາຍຊາຍແດນເພີ່ມເຕີມ
- ລົງກວດກາບໍລິເວນຊາຍແດນ ລາວ-ກໍາປູເຈຍ ທີ່ສອງຝ່າຍຮ່ວມກັນແກ້ໄຂສຳເລັດ ແລະ ບໍລິເວນທີ່ສອງຝ່າຍພວມສືບຕໍ່ເຈລະຈາແກ້ໄຂ.
ນອກນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ລົງຢ້ຽມຢາມອ້າຍນ້ອງກອງຮ້ອຍທະຫານຊາຍແດນ 543 ແລະ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການຕາມບໍລິເວນຊາຍແດນ, ການປະຕິບັດວຽກງານວິຊາສະເພາະ ແລະ ໄດ້ຮັບຊາບສະພາບການປະຕິບັດໜ້າທີ່ວຽກງານ ແລະ ຊີວິດການເປັນຢູ່ຂອງອ້າຍນ້ອງຮ້ອຍທະຫານຊາຍແດນ ໃນພາລະກິດປົກປັກຮັກສາອະທິປະໄຕຂອງຊາດ ແລະ ຄວາມສະຫງົບສຸກຂອງປະຊາຊົນທີ່ອາໄສຢູ່ລຽບຕາມບໍລິເວນຊາຍແດນ.
ທີ່ມາ: ກະຊວງການຕ່າງປະເທດ
