ກວດກາ ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດຍັງເຮັດໄດ້ໜ້ອຍ ພ້ອມສະເໜີ 3 ຂໍ້ເພື່ອເປັນທິດທາງແກ້ໄຂ
ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງ ຊີ້ແຈງຫຼາຍຂໍ້ຊັກຖາມ ໃນການປະກອບຄໍາຄິດເຫັນຂອງຄະນະປະຈໍາສະພາແຫ່ງຊາດ ແລະ ບັນດາທ່ານສສຊທີ່ໄດ້ຍົກຂຶ້ນຕໍ່ກັບວຽກງານຂອງອົງການກວດກາແຫ່ງລັດໃນໄລຍະຜ່ານມາ ແລະ ບັນດາຂໍ້ສະເໜີໃຫ້ກັບວຽກງານກວດກາໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ພະຈິກ 2025 ນີ້ວ່າ:
ບັນຫາດັ່ງກ່າວ, ແມ່ນມາຈາກຫຼາຍປັດໄຈ ເປັນຕົ້ນຂໍ້ມູນຕັ້ງແຕ່ການດໍາເນີນກວດກາຈົນຮອດຂອດໃຫ້ມີການແກ້ໄຂຜົນການກວດກາແລະ ໄປຮອດຂັ້ນຈັດຕັ້ງປະຕິບັດແກ້ໄຂຜົນການກວດກາຊຶ່ງໃຊ້ເວລາຫຼາຍປີ, ແຕ່ສິ່ງສໍາຄັນການນໍາຂອງເປົ້າໝາຍຢູ່ບ່ອນນັ້ນຕ້ອງເປັນເຈົ້າການ ແລະ ຊີ້ນໍາຢ່າງໃກ້ສິດໃນການແກ້ໄຂຜົນການກວດກາ.
ບັນຫາຕົວເລກຄວາມເສຍຫາຍຫາຍແຕ່ການເກັບກູ້ຄືນຊັບສິນແມ່ນໄດ້ໜ້ອຍອັນນີ້ແມ່ນຄວາມຈິງເພາະໄລຍະຜ່ານມາ ພວກເຮົາຖືວ່າຊັບສິນໃດທີ່ບໍ່ກ່ຽວພັນກັບການສໍ້ລາດບັງຫຼວງ ໝາຍຄວາມວ່າຊັບສິນໃດທີ່ໄດ້ມາກ່ອນການສໍ້ລາດບັງຫຼວງ ແມ່ນໃຫ້ສົ່ງຄືນ,ໃນຈຸດນີ້ ຂ້າພະເຈົ້າຂໍມີບາງຄໍາເຫັນເພື່ອຂໍໃຫ້ສະມາຊິກສະພາໄດ້ຊ່ວຍຊີ້ແນະຕື່ມ, ອັນໜຶ່ງການສໍ້ລາດບັງຫຼວງຈໍານວນຫຼາຍ, ອັນທີ່ເຮົາເຫັນຊື້ດິນ, ປຸກເຮືອນ, ຊື້ລົດລາຄາແພງ, ຮັ່ງມີຜິດປົກກະຕິ ແລະ ອີກ 50% ແມ່ນຫຼິ້ນການພະນັນທາງອອນໄລ ແລະ ໃຊ້ກິນຟູມເຟືອຍ.
ດັ່ງນັ້ນ ຈຶ່ງສະເໜີວ່າ: 1) ຕ້ອງຫັນຊັບສິນທີ່ເປັນສິນສົມສ້າງທີ່ເປັນພູດຂອງກະທໍາຜິດມາໃຊ້ແທນຄືນໃຫ້ລັດ; 2) ຖ້າບໍ່ມີເອົາຊັບສິນເດີມຂອງຜູ້ກະທໍາຜິດມາໃຊ້ແທນຄືນ; 3) ຖ້າແມ່ນຜູ້ກະທໍາຜິດແມ່ນຜູ້ເປັນເມຍກໍເອົາຊັບສິນທີ່ເປັນສິນສົມສ້າງມາໃຊ້ແທນຄືນໃຫ້ລັດ. ຖ້າເຮັດໄດ້ແນວນີ້,ບັນຫາການສໍ້ລາດບັງຫຼວງຫຼຸດໜ້ອຍຖອຍລົງ.
