ໄລຍະ 5 ປີ ສານປະຊາຊົນສູງສຸດ ໄດ້ຮັບຄະດີ 35,000 ກວ່າເລື່ອງແກ້ໄຂໄດ້ 31,900 ກວ່າເລື່ອງ
ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ (ສປສສ) ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງ ສປສສ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກ 2025 ນີ້ວ່າ: ໄດ້ເອົາໃຈໃສ່ໃນການພັດທະນາແບບແຜນ ແລະ ກົນໄກການດໍາເນີນຄະດີ ໂດຍໄດ້ສຸມໃສ່ຫຼາຍວຽກງານ ເປັນຕົ້ນແມ່ນການປັບປຸງກົນໄກ ແລະ ການຈໍລະຈອນເອກະສານຢູ່ສານປະຊາຊົນສູງສຸດເພື່ອໃຫ້ການດໍາເນີນຄະດີມີຄວາມວ່ອງໄວ ແລະ ສອດຄ່ອງຕາມກົດໝາຍ; ໄດ້ແນະນໍາໃຫ້ສານທ້ອງຖິ່ນ ກໍານົດສ້າງແບບແຜນການຈໍລະຈອນເອກະສານໃນການດໍາເນີນຄະດີ, ຊຸກຍູ້ ແລະ ສົ່ງເສີມຜູ້ພິພາກສາ ໃນການຄົ້ນຄວ້າຄະດີແບບເປັນມືອາຊີບ ແລະ ສ້າງເປັນຜູ້ພິພາກສາໂຕແບບ ໂດຍໄດ້ມີການປະເມີນເປັນຜູ້ພິພາກສາ ດີ-ເກັ່ງ ຢູ່ສານທະຫານຂັ້ນສູງ ແລະ ສານປະຊາຊົນທ້ອງຖິ່ນ ຜ່ານການປະເມີນເຫັນວ່າມີ ຜູ້ພິພາກສາ ດີ-ເກັ່ງ 71 ທ່ານ, ກວມເອົາ 62,83%. ພ້ອມນີ້, ກໍຊຸກຍູ້ໃຫ້ສານປະຊາຊົນຂັ້ນຕົ້ນ ເອົາໃຈໃສ່ກວດກາ, ກັ່ນຕອງການຍື່ນຄໍາຮ້ອງຟ້ອງ, ຄໍາສັ່ງຟ້ອງຄະດີຂຶ້ນສານ ໃຫ້ລະອຽດ, ຄົບຖ້ວນ, ຖືກຕ້ອງຕາມກົດໝາຍ ຈຶ່ງຮັບເອົາຄະດີມາພິຈາລະນາ, ປັບປຸງກົນໄກການແກ້ໄຂຄະດີຂັ້ນອຸທອນ ໂດຍສຸມໃສ່ກວດກາ, ລົງຊຸກຍູ້, ຕິດຕາມ ສານປະຊາຊົນທ້ອງຖິ່ນ ເພີ່ມທະວີໃຫ້ໂຈດ, ຈໍາເລີຍ, ບຸກຄົນທີສາມ ແລະ ທະນາຍຄວາມ ເຂົ້າຮ່ວມໃນການດໍາເນີນຄະດີ ເພື່ອໃຫ້ເຂົາເຈົ້າ ໄດ້ເຂົ້າຮ່ວມໃນການໂຕ້ແຍ່ງ, ໂຕ້ຖຽງ.
ເພື່ອຈັດຕັ້ງປະຕິບັດການພິຈາລະນາຄະດີ ໃຫ້ບັນລຸຕາມຄາດໝາຍ ທີ່ກອງປະຊຸມສະພາແຫ່ງຊາດ ໄດ້ຮັບຮອງ ສານປະຊາຊົນໄດ້ສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້: ສປສສ ໄດ້ເອົາໃຈໃສ່ລົງຕິດຕາມຊຸກຍູ້ວຽກງານວິຊາສະເພາະ ຢູ່ສານປະຊາຊົນຂັ້ນລຸ່ມ ຕາມສາຍຕັ້ງ ເພື່ອຊອກຫາສາເຫດທີ່ມີຂໍ້ບົກຜ່ອງ ຫຼື ບໍ່ຖືກຕ້ອງ, ນໍາເອົາບັນຫາດັ່ງກ່າວ ລົງໄປສົມທົບກັບຜູ້ພິພາກສາ, ສານທີ່ຕັດສິນ ເຊັ່ນ: ລົງຕິດຕາມ, ຊຸກຍູ້ ການພິຈາລະນາແກ້ໄຂຄະດີແພ່ງ, ການຄ້າ, ຄອບຄົວ, ແຮງງານ, ປົກຄອງ, ອາຍາ, ເດັກ ຢູ່ສານປະຊາຊົນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ; ໄດ້ພິຈາລະນາຕັດສິນຄະດີ ໂດຍຜູ້ພິພາກສາຜູ້ດຽວ ໄດ້ 910 ເລື່ອງ; ຈັດຕັ້ງຄະນະສານເຄື່ອນທີ່ໄປຕັດສິນ ຢູ່ຄ້າຍຄຸມຂັງ ແລະ ທ້ອງຖິ່ນບ່ອນຄູ່ຄວາມອາໄສຢູ່; ໄດ້ເອົາໃຈໃສ່ຊຸກຍູ້, ຕິດຕາມ ສານປະຊາຊົນທ້ອງຖິ່ນ ໃນການດໍາເນີນຄະດີໃຫ້ຖືກຕ້ອງຕາມກົດໝາຍ ຊຶ່ງໃນໄລຍະ 5 ປີຜ່ານມາ ມີຄະດີເຂົ້າມາສານປະຊາຊົນ ແລະ ສານທະຫານ ທັງໝົດໃນທຸກຂັ້ນ ໃນທົ່ວປະເທດ 35,068 ເລື່ອງ, ແກ້ໄຂ 31,937 ເລື່ອງ ເທົ່າກັບ 91.07%, ທຽບໃສ່ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ສານປະຊາຊົນສູງສຸດ ປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ 85%, ຄະດີຍັງຄ້າງ 3,131 ເລື່ອງ.
ຄະດີຂັ້ນຕົ້ນເຂດ, ແຂວງ, ນະຄອນຫຼວງວຽງຈັນ ແລະ ສານທະຫານພາກ ຄ້າງມາ ທັງໝົດ 2,233 ເລື່ອງ, ເຂົ້າໃໝ່ 27,119 ເລື່ອງ, ລວມທັງໝົດ 29,352 ເລື່ອງ, ແກ້ໄຂ 27,111 ເລື່ອງ ເທົ່າກັບ 92.37 %, ຍັງຄ້າງ 2,241 ເລື່ອງ; ຄະດີຂັ້ນອຸທອນ ແຂວງ ແລະ ພາກ ມີຄະດີຄ້າງມາ 453 ເລື່ອງ, ເຂົ້າໃໝ່ 3,471 ເລື່ອງ, ລວມທັງໝົດ 3,924 ເລື່ອງ, ແກ້ໄຂ 3,223 ເລື່ອງ ເທົ່າກັບ 82.14 %, ຍັງຄ້າງ 701 ເລື່ອງ; ຄະດີຂັ້ນລົບລ້າງພາກ ແລະ ສານປະຊາຊົນສູງສຸດ ຄະດີຄ້າງມາ 177 ເລື່ອງ, ເຂົ້າໃໝ່ 1,345 ເລື່ອງ, ລວມ ທັງໝົດ 1,522 ເລື່ອງ, ແກ້ໄຂ 1,357 ເລື່ອງ ເທົ່າກັບ 89.16 %, ຍັງຄ້າງ 165 ເລື່ອງ.
