ນະຄອນຫລວງວຽງຈັນ ເຈົ້າພາບງານມະຫະກຳກິລາແຫ່ງຊາດຄັ້ງທີ12 ຍາດໄດ້ຫລາຍຫລຽນຄຳແລ້ວ ໃນການແຂ່ງຂັນກິລາລອຍນ້ຳ

………………………………………………………………………………………..
ການແຂ່ງຂັນກິລາປະເພດລອຍນໍ້າ ໃນວັນທີ17 ພະຈິກ 2025 ຢູ່ທີ່ສະລອຍນ້ຳ ສະໜາມກິລາແຫ່ງຊາດ ຫລັກ16 ນັກກິລາ ຂອງ ນວ ເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ສາມາດຍາດໄດ້ 3ຫລຽນຄຳ.
ສໍາລັບການແຂ່ງຂັນກິລາປະເພດລອຍນໍ້າໃນມື້ນີ້ ມີ 7 ລາຍການ ເຊິ່ງມີທັບນັກກິລາຈາກ ນວ ເຈົ້າພາບກະຊວງປ້ອງກັນຄວາມສະຫງົບ, ແຂວງຄໍາມ່ວນ, ແຂວງຈຳປາສັກ, ແຂວງສະຫວັນນະເຂດ ແລະ ແຂວງຫຼວງພະບາງເຂົ້າຮ່ວມ.

ຜົນຂອງການແຂ່ງຂັນ ລອຍທຳມະດາ ໄລຍະ 400 ແມັດຍີງ ແຂ່ງຂັນ3ພາກສ່ວນ ນາງ ທິບທິດາ ຈັນທາ ນັກກິລາຂອງ ນວ ເອົາຊະນະ ຍາດໄດ້ຫລຽນຄຳ, ນາງ ມຸກທິດາ ໄຊຍະຈັກ ໄດ້ຫລຽນເງິນ, ນາງ ດາລິນ ອິນທະວົງ ປກສ ໄດ້ຫລຽນທອງ.
ລອຍດ່ຽວປະສົມ 4ຄູນ50 ແມັດ ຊາຍ ແຂ່ງຂັນ3ພາກສ່ວນ ທ້າວ ພອນສະຫວັນ ວົງພະຈັນ ນວ ຍາດໄດ້ຫລຽນຄຳ, ທ້າວ ຈິລະສັກ ຄຳມະໂນແກ້ວ ຈາກແຂວງສະຫວັນນະເຂດ ໄດ້ຫລຽນເງິນ, ທ້າວ ອານຸສອນ ອ່ອນທີລັງສີ ຈາກແຂວງຈຳປາສັກ ໄດ້ຫລຽນທອງ.
ລອຍດ່ຽວປະສົມ 4ຄູນ50ແມັດ ຍີງແຂ່ງຂັນ3ພາກສ່ວນ ອັນດັບ1 ນາງ ໄອຣິນ ພົມມະຈັກ ຈາກແຂວງຄຳມ່ວນ ໄດ້ຫລຽນຄຳ, ນາງ ສຸທາດາ ດາວິໂອ ຈາກແຂວງ ຫລວງພະບາງ ໄດ້ຫລຽນເງິນ.
ລອຍແມງກະເບື້ອ 50ແມັດຊາຍ ແຂ່ງຂັນ5ພາກສ່ວນ ທ້າວ ລິວໂຕະ ໄຊຊະນະວົງເພັດ ຈາກຈຳປາສັກ ສາມາດຊະນະອັນດັບທີ1 ຍາດເອົາຫລຽນຄຳໄປຄອງ, ທ້າວ ສະລາບວາ ສີຫານຸ ຈາກສະຫວັນນະເຂດ ໄດ້ອັນດັບ2 ຍາດໄດ້ຫລຽນເງິນ, ທ້າວ ເຊຍຣເກ ສີຫານຸ ຈາກຄຳມ່ວນ ໄດ້ຫລຽນທອງ.
ລອຍແມງກະເບື້ອ 50 ແມັດຍີງ ແຂ່ງຂັນ4ພາກສ່ວນ ອັນດັບ1 ນາງ ສຸທາດາ ດາວິໂອ ຈາກແຂວງ ຫລວງພະບາງ ໄດ້ຫລຽນຄຳ, ນາງ ຈັນທະຈອນ ຈັນທະແສງ ຈາກແຂວງສະຫວັນນະເຂດ ອັນດັບສອງ ຍາດໄດ້ຫລຽນເງິນ, ອັນດັບ3 ນາງ ສິລິອາລຸນ ບຸດຈະເລີນ ໄດ້ຫລຽນທອງ.
ລອຍທຳມະດາ 200ແມັດຊາຍ ແຂ່ງຂັນ4ພາກສ່ວນ ຊະນະອັນດັບທີ1 ທ້າວ ພອນສະຫວັນ ວົງພະຈັນ ນັກກິລາ ນວ ໄດ້ຫລຽນຄຳ, ທ້າວ ລິວໂຕະ ໄຊຊະນະວົງເພັດ ຈາກແຂວງຈຳປາກສັກໄດ້ອັນດັບສອງ ຍາດໄດ້ຫລຽນເງິນ, ທ້າວ ທານາວິນ ຫລວງເສນາ ຈາກແຂວງສະຫວັນນະເຂດ ໄດ້ອັນດັບ3 ໄດ້ຫລຽນເງີນ.
ລອຍທຳມະດາ 200ແມັດຍີງ ຊະນະອັນດັບ1 ນາງ ອັນຍາລິນ ພູເລືອງຫົງ ຍາດໄດ້ຫລຽນຄຳໄປຄອງ, ນາງ ສິລິອາລຸນ ບຸດຈະເລີນ ຈາກແຂວງຄຳມ່ວນ ໄດ້ອັນດັບສອງ ຍາດໄດ້ຫລຽນເງິນ ສ່ວນອັນດັບ3 ເປັນຂອງນາງ ແພັດຕິຍາ ສິນລະປະກິດ ຍາດໄດ້ຫລຽນເງິນໄປຄອງ.
ສໍາລັບການແຂ່ງຂັນກິລາ ປະເພດລອຍນໍ້າໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII, ໄດ້ເລີ່ມແຂ່ງຂັນໃນລະຫວ່າງວັນທີ 16-19 ພະຈິກ 2025, ທີ່ສະລອຍນໍ້າສະໜາມກິລາແຫ່ງຊາດ ຫຼັກ 16 ໂດຍມີ ທ່ານ ຊົນນິກອນ ພົມມະສິດ ປະທານສະຫະພັນລອຍນໍ້ານະຄອນຫຼວງ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
