ບັງກະລາເທດຕັດສິນປະທານຊີວິດນາງ ຊີກ ຮາຊິນາ ຊີ້ມີຄວາມຜິດຂໍ້ຫາ “ອາດຊະຍາກໍາຕໍ່ມະນຸດ”
ບັງກະລາເທດຕັດສິນປະທານຊີວິດນາງ ຊີກ ຮາຊິນາ (Sheikh Hasina) ອະດີດນາຍົກລັດຖະມົນຕີ ຊີ້ມີຄວາມຜິດຂໍ້ຫາ “ອາດຊະຍາກໍາຕໍ່ມະນຸດ” (Crime Against Humanity) ຈາກກໍລະນີປາບປາມການປະທ້ວງຂອງນັກສຶກສາທີ່ອອກມາຕໍ່ຕ້ານ.
ການພິຈາລະນາຄະດີຄັ້ງນີ້ເກີດຂຶ້ນໃນວັນທີ 17 ຕຸລາ ຢູ່ສານອາຍາລະຫວ່າງປະເທດບັງກະລາເທດ (International Crimes Tribunal: ICT) ໂດຍເປັນຂະບວນການລັບ ແລະ ໃຊ້ເວລາຍາວນານຫລາຍຊົ່ວໂມງ ປະກອບມີຄະນະຕຸລາການ 3 ຄົນ ເຊິ່ງຜົນການຕັດສິນອອກມາວ່າ: ນາງ ຮາຊິນາ ຖືກໂທດປະທານຊີວິດ ແລະ ມີຄວາມຜິດຂໍ້ຫາອາດຊະຍາກໍາຕໍ່ມະນຸດ ປະກອບມີຄວາມຜິດ 3 ຂໍ້ ໄດ້ແກ່ ການສັ່ງໃຫ້ໂດຣນເຮລິກອບເຕີ ແລະ ອາວຸດສັງຫານຜູ້ປະທ້ວງ 12 ຄົນ, ການປຸກປັ່ນຕໍ່ຕ້ານຜູ້ປະທ້ວງ ແລະ ການລົ້ມເຫລວໃນການປ້ອງກັນການທາລຸນ ແລະ ລົງໂທດຜູ້ກະທໍາຜິດ.
ສານໃຫ້ເຫດຜົນວ່າ: ນາງ ຮາຊິນາ ຕ້ອງຮັບຜິດຊອບຕໍ່ການຍຸຍົງປຸກປັ່ນຕໍ່ການສັງຫານນອກຂະບວນການຍຸຕິທໍາຫລາຍຮ້ອຍເຄິ່ງ, ພ້ອມຍັງອອກຄໍາສັ່ງໃຫ້ກໍາຈັດນັກສຶກສາທີ່ອອກມາປະທ້ວງຢ່າງເປັນ “ລະບົບ” ເຊິ່ງມີຫລັກຖານບວກການພິຈາລະນາຄະດີ ໄດ້ແກ່ ເອກະສານ 14 ຫົວ ມີຈໍານວນໜ້າທັງໝົດ 1 ໝື່ນໜ້າ, ລາຍງານພາຍໃນ ແລະ ນອກປະເທດ, ບັນທຶກທາງການແພດ, ແຟ້ມສັນນະສູດສົບ, ຕາຕະລາງການບິນ, ຮູບຈາກສື່ມວນຊົນ ແລະ ພະຍານຫລາຍກວ່າ 80 ຊີວິດ.
ເຖິງວ່າຄໍາຕັດສິນຄັ້ງນີ້ຖືເປັນບາດກ້າວໃໝ່ຂອງການປ່ຽນແປງທາງການເມືອງໃນບັງກະລາເທດ, ແຕ່ນາງ ຮາຊິນາ ທີ່ກໍາລັງລີ້ໄພຢູ່ອິນເດຍລະບຸຕໍ່ NDTV ວ່າ: ນາງບໍ່ສົນໃຈຂໍ້ມູນປອມ, ພ້ອມຂໍໃຫ້ກຸ່ມຜູ້ສະໜັບສະໜູນຢ່າກັງວົນຕໍ່ເຫດການຄັ້ງນີ້.
ຂະນະທີ່, ທ່ານ ຊາຈິບ ວາເຊດ (Sajeeb Wazed) ລູກຊາຍນາງ ຮາຊິນາ ແລະ ທີ່ປຶກສາລັດຖະບານ ອອກຖະແຫລງການຕໍ່ຄໍາຕັດສິນຄັ້ງນີ້ວ່າ: ທ່ານຮູ້ດີທີ່ແມ່ຂອງຕົນຈະຖືກຕັດສິນປະຫານຊີວິດ, ແຕ່ແມ່ຈະປອດໄພຢູ່ອິນເດຍ ເຊິ່ງໄດ້ຮັບການຄຸ້ມຄອງເປັນຢ່າງດີ.
ອ້າງອີງ:
- https://www.aljazeera.com/news/liveblog/2025/11/17/bangladesh-live-court-verdict-against-toppled-ex-pm-sheikh-hasina-expected
- https://edition.cnn.com/2025/11/17/asia/bangladesh-sheikh-hasina-verdict-intl-hnk
- https://www.reuters.com/world/asia-pacific/bangladeshs-ousted-pm-hasina-sentenced-death-students-crackdown-2025-11-17/
