ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ເດີນທາງເຖິງ ນະຄອນຫລວງວຽງຈັນ

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນ ສາກົນວັດໄຕ, ນະຄອນຫລວງວຽງຈັນ, ສປປ ລາວ ໃນຕອນຄໍ່າຂອງວັນທີ 17 ພະຈິກ 2025 ໂດຍມີ ທ່ານ ນາງ ຟອງ ສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການສະເດັດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໂດຍ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະດໍາເນີນ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພະຈິກ 2025, ເຊິ່ງເປັນການຢ້ຽມຢາມ ຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ.

ການສະເດັດມາຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນຄັ້ງນີ້ ມີຂຶ້ນ ໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພວມສະເຫລີມສະຫລອງການສ້າງຕັ້ງສາຍພົວ ພັນທາງການທູດນໍາກັນ ຄົບຮອບ 70 ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນຕົ້ນມາ. ດັ່ງນັ້ນ, ການຢ້ຽມຢາມຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈຶ່ງເປັນຂີດໝາຍສໍາຄັນໜຶ່ງ ສໍາລັບປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ, ທັງເປັນການຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

ການເຄື່ອນໄຫວສຳຄັນຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຄັ້ງນີ້ ນອກຈາກການພົບປະ ກັບການນຳສູງສຸດທຸກຂັ້ນຂອງ ສປປ ລາວ ແລ້ວ, ຍັງມີແຜນຢ້ຽມຊົມສະຖານທີ່ທາງດ້ານວັດທະນະທຳສຳຄັນ ຢູ່ ນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ ອີກດ້ວຍ.

ທີ່ມາ: ຂ່າວສານປະເທດລາວ