ປະກາດແຕ່ງຕັ້ງ ທ່ານ ປອ ວົງສະຫວັນ ໄຊຍະວົງ ເປັນປະທານຄະນະກຳມະການປົກຄອງແຂວງ ອຸດົມໄຊ ຜູ້ໃໝ່

ວັນທີ 17 ພະຈິກ 2025 ແຂວງອຸດົມໄຊ ໄດ້ຈັດພິທີປະກາດແຕ່ງຕັ້ງ ຄະນະປະທານກຳມະການປົກຄອງ ແຂວງອຸດົມໄຊ ແລະ ມອບ-ຮັບ ໜ້າທີ່ ລະຫວ່າງ ເຈົ້າແຂວງອຸດົມໄຊ ຜູ້ເກົ່າ ແລະ ປະທານ ຄະນະກຳມະການປົກຄອງແຂວງ ຜູ້ໃໝ່. ໂດຍມີ ກຳມະການປະຈຳພັກແຂວງ, ຄະນະກຳມະການປົກຄອງແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຄະນະກຳມະການປົກຄອງເມືອງ ຕະຫລອດຮອດກຳລັງ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ຂະແໜງການອ້ອມຂ້າງແຂວງ ເຂົ້າຮ່ວມ.

ຄະນະຈັດຕັ້ງແຂວງ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງ ຂອງຄະນະກຳມະການປົກຄອງແຂວງ ວ່າດ້ວຍການແຕ່ງຕັ້ງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ແລະ ການແຕ່ງຕັ້ງ ຮອງປະທານຄະນະກຳມະການປົກຄອງແຂວງ ດັ່ງນີ້:

– ແຕ່ງຕັ້ງ ທ່ານ ປອ ວົງສະຫວັນ ໄຊຍະວົງ ກຳມະການປະຈໍາພັກແຂວງ, ຮອງເລຂາພັກແຂວງ ເປັນປະທານຄະນະກຳມະການປົກຄອງແຂວງອຸດົມໄຊ

– ແຕ່ງຕັ້ງ ທ່ານ ສຸຫວັດ ມະຫາວົງສະນັ່ນ ກຳມະການປະຈຳພັກແຂວງ ແລະ ທ່ານ ຄຳແສງ ອາລີ ກຳມະການປະຈຳພັກແຂວງ ເປັນຮອງປະທານຄະນະກຳມະການປົກຄອງແຂວງ.

ຈາກນັ້ນ. ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ ຜູ້ເກົ່າ ໄດ້ຜ່ານບົດບັນທຶກ ພ້ອມທັງ ລົງນາມໃນບົດບັນທຶກ ມອບ-ຮັບ ຫນ້າທີ່ ຮ່ວມກັບ ທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປົກຄອງແຂວງ ຜູ້ໃໝ່.

ທີ່ມາ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ